( vovworld ) – ວັນທີ 5/6, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການປະຕິບັດນະໂຍບາຍກົດໝາຍກ່ຽວກັບການລົງທຶນຂອງລັດໃຫ້ແກ່ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ. ວາລະປະຊຸມໄດ້ຮັບການຖ່າຍຖອດສົດທາງວິທະຍຸ, ໂທລະພາບ, ອັນໄດ້ຕອບສະໜອງຄວາມມຸ້ງຫວັງຂອງຜູ້ມີສິດເລືອກຕັ້ງທົ່ວປະເທດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ລ້ວນແຕ່ມີຄຳເຫັນເປັນເອກະສັນ ໂດຍຖືວ່າເລື່ອງຕີລາຄາຄືນໃໝ່ລັກສະນະແທດຈິງ ແລະ ມີປະສິດທິຜົນ ຂອງນະໂຍບາຍການລົງທຶນໃຫ້ແກ່ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ, ຮັບຮູ້ບັນດາຂໍ້ຄົງຄ້າງ, ຄວາມຈຳກັດຢ່າງກົງໄປກົງມາ, ຈາກນັ້ນວາງອອກບັນດາມາດຕະການແກ້ໄຂການປະຕິບັດນະໂຍບາຍນີ້ໃຫ້ດີກ່ວອີກໃນໄລຍະທີ່ຈະມາເຖິງ ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນ.
(ພາບ:domenal.com.vn)
ຄຳເຫັນຂອງບັນດາ ສສຊ ສ່ວນຫຼາຍລ້ວນແຕ່ຢືນຢັນວ່າ ໂຄງການລົງທຶນໃຫ້ແກ່ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດແມ່ນໂຄງການທີ່ມີຄວາມໝາຍ, ໄດ້ຮັບການຕອບສະໜອງ, ເຫັນດີເຫັນພ້ອມຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ໃນໄລຍະທີ່ຜ່ານມາ, ພັກ, ລັດຫວຽດນາມ ໄດ້ປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການລົງທຶນໃຫ້ແກ່ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ, ເຮັດໃຫ້ໂສມໜ້າຊົນນະບົດມີການປ່ຽນແປງ, ຊຸກຍູ້ການພັດທະນາກະສິກຳຮອບດ້ານດີພໍສົມຄວນ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດຍັງສະແດງໃຫ້ເຫັນບັນດາບັນຫາທີ່ຍັງຄົງຄ້າງ, 1 ໃນບັນດາສິ່ງຈຳກັດນັ້ນແມ່ນຈຳນວນເອກະສານນິຕິກຳຖືກປະກາດໃຊ້ຫຼາຍເກີດໄປ. ທ່ານ Nguyen Lam Thanh ສສຊ ແຂວງ Lang Son ຍົກຕົວຢ່າງວ່າ:
“ດ້ວຍເອກະສານ, ນະໂຍບາຍຫຼາຍເຊັ່ນນັ້ນ ຈະເກີດມີການທັບຊ້ອນ, ບໍ່ເປັນເອກະພາບ ຊື່ງໄດ້ກໍ່ຄວາມຫຍຸ້ງຍາກໃນປະຕິບັດ. ໄປຄຽງຄູ່ກັນນັ້ນ, ຂາດບັນດານະໂຍບາຍທີ່ມີລັກສະນະກະໂດດຂັ້ນໃຫ້ແກ່ການພັດທະນາຄື: ນະໂຍບາຍວິທະຍາສາດ, ເຕັກໂນໂລຊີ, ຊຸກຍູ້ຕະຫຼາດ, ປຸງແຕ່ງຜະລິດຕະພັນກະເສດເພື່ອເພີ່ມທະວີປະສິດທິຜົນ ແລະ ລັກສະນະແກ່ງແຍ້ງ“
ທ່ານ Nguyen Lam Thanh ສສຊ ແຂວງ Lang Son
(ພາບ:vietnamplus.vn)
ທ່ານ Nguyen Van Son ສສຊ ແຂວງ Ha Tinh ສະເໜີວ່າ: ຕ້ອງຖືເລື່ອງເພີ່ມໂຄງປະກອບເງິນລົງທຶນໃຫ້ແກ່ກະສິກຳເປັນສຳຄັນ ຕາມທິດແບ່ງຂັ້ນໃຫ້ແກ່ທ້ອງຖິ່ນຢ່າງແຮງກ່ວາ. ທ່ານ Nguyen Van Son ກ່າວວ່າ:
“ Ha Tinh ແມ່ນແຂວງມີບາດກ້າວພັດທະນາທີ່ຂັນແຂວງທາງດ້ານອຸດສາຫະກຳໃນເບື້ອງຕົ້ນ ແຕ່ກໍ່ມີຄວາມເອົາໃຈໃສ່ເປັນພິເສດ ເຖິງບັນຫາກະສິກຳ-ຊາວກະສິກອນ-ຊົນນະບົດ, ພິເສດແມ່ນປະຈຸບັນມີໂຄງການກໍ່ສ້າງຊົນນະບົດໃໝ່. ພວກຂ້າພະເຈົ້າເລືອກເອົາບັນດາຜະລິດຕະພັນຕົ້ນຕໍ, ບັນດາຮູບແບບເສດຖະກິດ, ເອົາໃຈໃສ່ເບິ່ງແຍງໃຫ້ແກ່ຊາວກະສິກອນ. ພາຍຫຼັງເລືອກເອົາຜະລິດຕະພັນຕົ້ນຕໍຂອງທ້ອງຖິ່ນ, ຂອງເຂດ, ຂອງແຂວງແລ້ວ, ຈະສຸມໃສ່ລົງທຶນດ້ານແຫຼ່ງແນວພັນ, ຊີ້ນຳດ້ານວິທະຍາສາດເຕັກໂນໂລຊີ ແລະ ເອົາໃຈໃສ່ເປັນພິເສດເຖິງຂອດປຸງແຕ່ງ, ຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນຂອງຊາວກະສິກກອນ. ປະຕິບັດຕາມແຕ່ລະບາດກ້າວເພື່ອສ້າງການຕິດພັນກັບອຸດສາຫະກຳ. ນີ້ແມ່ນປັດໄຈສ້າງຄວາມເປັນເຈົ້າການເພື່ອມົນທົບບັນດາແຫຼ່ງກຳລັງເຂົ້ານຳກັນ“.