ສະພາແຫ່ງຊາດປຶກສາຫາລືກົດໝາຍໄຟຟ້າ
ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍໄຟຟ້າ
(ພາບ: quochoi)
|
Vovworld- ການວາງແຜນກຳນົດພັດທະນາພະລັງງານໄຟຟ້າ ແລະ ລາຄາຂາຍໄຟຟ້າ ແມ່ນ 2 ບັນຫາຕົ້ນຕໍ່ທີ່ບັນດາ ສ.ສ.ຊ ໄດ້ນຳມາປຶກສາຫາລືເມື່ອຕອນບ່າຍວັນທີ 23/10 ເມືອ່ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍໄຟຟ້າ. ຮ່າງກົດໝາຍສະບັບປັບປຸງນີ້ກຳນົດຕື່ມອີກວ່າ: ໃຫ້ບຸລິມະສິດໜູນຊ່ວຍ ພັດທະນາພະລັງງານໄຟຟ້າຢູ່ແຫ່ງຕ່າງໆທີ່ຍັງບໍ່ທັນມີຕາຂ່າຍໄຟຟ້າແຫ່ງຊາດ, ນຳໃຊ້ນະໂຍບາຍບຸລິມະສິດສຳລັບບັນດາໂຮງງານນຳໃຊ້ພະລັງງານຄືນໃໝ່, ຫັນປ່ຽນການຂາຍໄຟຟ້າໄປສູ່ກົນໄກຕະຫຼາດໂດຍມີການດັດປັບຂອງລັດ. ທ່ານ Huynh Van Tinh ສ.ສ.ຊ ແຂວງຕຽນຢາງ ມີຄຳເຫັນດັ່ງນີ້ :
“ ກ່ຽວກັບ ການວາງແຜນກຳນົດພັດທະນາພະລັງງານໄຟຟ້າ, ຂ້າພະເຈົ້າເຫັນດີກັບແຜນພັດທະນາພະລັງງານໄຟຟ້າ ແມ່ນວາງແຜນກຳນົດແບບລົງເລິກຂະແໜງການ. ເພື່ອສອດຄ່ອງກັບເງື່ອນໄຂພັດທະນາເສດຖະກິດ-ສັງຄົມ ແລະ ຮັບປະກັນລັກສະນະເປັນໄປໄດ້ນັ້ນ, ການປະຕິບັດ ວາງແຜນກຳນົດພັດທະນາພະລັງງານໄຟຟ້າພຽງແຕ່ລວມມີແຜນກຳນົດພັດທະນາພະລັງງານໄຟຟ້າແຫ່ງຊາດ, ແຜນກຳນົດພັດທະນາພະລັງງານໄຟຟ້າຂັ້ນແຂວງ. ຂ້າພະເຈົ້າເປັນເອກະສັນຢ່າງສູງກັບການເຫັນດີຂອງຄະນະປະຈຳສະພາແຫ່ງຊາດແມ່ນ ການວາງແຜນກຳນົດພັດທະນາພະລັງງານໄຟຟ້າແມ່ນໃນໄລຍະ 10 ປີ ແລະ ມີກຳນົດທິດໄລຍະ 10 ປີ ຕໍ່ໄປ ແມ່ນສອດຄ່ອງກັບແຜນກຳນົດສັງລວມກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ທ້ອງຖິ່ນ ”