ສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບບາງຮ່າງກົດໝາຍ
ພາບ:internet
|
(vovworld) - ຕອນບ່າຍວັນທີ 8/11, ສະມາຊິກສະພາແຫ່ງຊາດໄດ້ ປຶກສາຫາລືຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຫລີກລ້ຽງ ແລະ ຫລຸດຜ່ອນໄພທຳມະຊາດ, ຮ່າງກົດໝາຍວິທະຍາສາດ ແລະ ເຕັກໂນໂລຊີ ສະບັບປັບປຸງ. ບັນດາຄຳເຫັນຂອງ ສສຊ ເນັ້ນຫນັກວ່າ: ຮ່າງກົດໝາຍ ວ່າດ້ວຍການປ້ອງກັນ, ຫລີກລ້ຽງ ແລະ ຫລຸດຜ່ອນໄພທຳມະຊາດ ຕ້ອງໃກ້ຊິດຕິດແທດ ແລະ ສອດຄ່ອງກັບສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ເພື່ອຫລຸດຜ່ອນຄວາມເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນ, ບັນດາ ສສຊ ຖືວ່າ ຕ້ອງມີມາດຕະການຢ່າງຄົບຊຸດ, ຂ້ຽວຂາດ ໂດຍມີການເຂົ້າຮ່ວມຂອງທັງລະບົບການເມືອງ, ສັງຄົມ. ຕາມທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ສສຊ ແຂວງ Thai Binh ແລ້ວ, ນອກຈາກການກະກຽມແຜນການຮັບມືກັບການປ່ຽແປງຂອງດິນຟ້າອາກາດ, ໄພທຳມະຊາດ, ຕ້ອງມີກຳລັງຊອກຫາກູ້ໄພກູ້ຊີບຊຳນານງານ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ກ່າວວ່າ:
“ໃນໄລຍະມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ໄດ້ວາງຂໍ້ກຳນົດສ້າງກຳລັງ ຊອກຫາກູ້ໄພກູ້ຊີບຊຳນານງານ, ປະກອບພາຫະນະອຸປະກອນຢ່າງຄົບຖ້ວນ. ທ່ານນາຍົກລັດຖະມົນຕີກໍໄດ້ວາງຂໍ້ກຳນົດສ້າງຕັ້ງບັນດາພະແນກປ້ອງກັນ ແລະ ຕ້ານ ອັກຄີໄພຢູ່ທ້ອງຖິ່ນ ທັງຮັບຜິດຊອບຫນ້າທີ່ກູ້ໄພກູ້ຊີບ.”
ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ ໂດຍສືບຕໍ່ໂຄງການດຳເນີນງານຂອງກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ບັນດາສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບໂຄງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2013. ການຄຸ້ມຄອງທີ່ດິນ, ການລົງທຶນຂອງລັດ, ສ້າງໂຄງປະກອບພື້ນຖານເສດຖະກິດສັງລວມຄືນໃຫມ່, ການຄຸ້ມຄອງແຫລ່ງທຶນດ້ວຍພັນທະບັດຂອງລັດຖະບານ, ທຶນ ODA, ບັນດາກິດຈະກຳຈຸດສຸມແຫ່ງຊາດ ແມ່ນບັນດາຂົງເຂດໂດຍແມ່ນສະພາແຫ່ງຊາດສຸມໃສ່ຕິດຕາມກວດກາໃນປີ 2013. ກ່ຽວກັບການຕິດຕາມກວດກາ, ບັນດາ ສສຊ ຖືວ່າ:ຕ້ອງຖືເປັນສຳຄັນ, ຕີລາຄາຢ່າງຈະແຈ້ງການປະຕິບັດບັນດານະໂຍບາຍກົດໝາຍ, ພິເສດແມ່ນການປະກາດໃຊ້ເອກະສານນິຕິກຳ, ປະຕິບັດກົດໝາຍ.
“ເພື່ອຍົກສູງຄຸນນະພາບການເຄື່ອນໄຫວຕິດຕາມກວດກາຂອງບັນດາອົງການໄດ້ຮັບການເລືອກຕັ້ງຈາກປະຊາຊົນເວົ້າລວມ ແລະ ອົງການຂອງສະພາແຫ່ງຊາດເວົ້າສະເພາະ, ຂ້າພະເຈົ້າສະເຫນີຕ້ອງເອົາໃຈໃສ່ຕິດຕາມກວດກາຢູ່ຂັ້ນຮາກຖານ ແລະ ຕ້ອງຮັບເອົາຄຳເຫັນຂອງປະຊາຊົນ. ກ່ຽວກັບຂົງເຂດຕິດຕາມກວດກາ, ຂ້າພະເຈົ້າຄິດວ່າ ຄວນມີການດຸນດຽງລະຫວ່າງບັນດາຂົງເຂດ. ແລະຕ້ອງເອົາໃຈໃສ່ເຖິງນະໂຍບາຍກົດໝາຍກ່ຽວກັບການຄຸ້ມຄອງ, ປົກປັກຮັກສາປ່າ ແລະ ການສຶກສາ.”