ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ງົບປະມານແຫ່ງລັດ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ງົບປະມານແຫ່ງລັດ - ảnh 1
ພາບ​ປະ​ກອບ

(vovworld) – ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 11/11, ສະ​ພາ​ແຫ່ງ​ຊາດຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊຸມ ຮັບ​ຟັງ​ທ່ານ ຫງວຽນ​ວັນ​ເຢົາ, ​ກຳມະການຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາທິການ​ເສດຖະກິດ ສະ​ເໜີ​ບົດ​ລາຍ​ງານ, ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ​ປັບ​ປຸງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ​ ​ເຂົ້​າ​ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ແລະ ປຶກ​ສາ​ຫາ​ລື​ບາງ​ເນື້ອ​ໃນ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້. ທ່ານ​ນາງ ຫງວຽນ​ທິ​ກິມເງິນ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊ​ີ້​ນຳ​ກອງ​ປະ​ຊຸມ.

        ບົດ​ລາຍ​ງານ​ຮັບ​ເອົາຄຳ​ເຫັນ, ປັບ​ປຸງ, ອ​ະ​ພິ​ປາຍ​ຮ່າງ​ກົດ​ໝາຍ​ ໂດຍ​ທ່ານ​ຫົວ​ໜ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ ສະ​ເໜີ​ໃຫ້​ຮູ້​ວ່າ, ປະ​ຈຸ​ບັນ, ​ຄວາມ​ສຳ​ນຶກ “ທຶນ​ຂອງ​ລັດ” ​ທີ່​ກຳ​ນົດ​ຢູ່​ບາງ​ກົດ​ໝາຍ​ຄື​: ກົດ​ໝາຍ​ວ່າ​ດ້ວຍ​ການປະ​ມູນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ການ​ປະ​ຢັດ, ຕ້ານ​ການ​ຟູມ​ເຟືອຍ… ມີ​ຄວາມ​ແຕກ​ຕ່າງ​ກັນ ຍ້ອນ​ຕ້ອງ​ເໝາະ​ສົມ​ກັບ​ຂອບ​ເຂດ​ປັບ​ປຸງ​ຂອງ​ແຕ່​ລະ​ກົດ​ໝາຍ. ສະ​ນັ້ນ, ຂໍ້​ 8 ​ມາດ​ຕາ 3 ຂອງ​ຮ່າງ​ກົດ​ໝາຍ​ໄດ້​ເຮັດ​ແຈ້ງ​​ຄວາມ​ສຳ​ນຶກ “ທຶນ​ຂອງ​ລັດ​ຢູ່​ວິ​ສາ​ຫະ​ກິດ” ເໝາະ​ສົມ​ກັບ​ຂອບ​ເຂດ​ປັບ​ປຸງ​ຂອງ​ກົດ​ໝາຍ, ໃນ​ນັ້ນ​ຊີ້​ແຈ້ງ​ບັນ​ດາ​ແຫຼ່ງ​ທຶນ​ເຊິ່ງ​ລັດ​ໄດ້​ລົງ​ທຶນ​ໃນ​ເບື້ອງ​ຕົ້ນ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ເພີ່ມ​ເຕີມ​ໃຫ້​ວິ​ສາ​ຫະ​ກິດ​ໃນ​ວິ​ວັດ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ​ຫຼື ໄດ້​ຮັບ​ການ​ສ້າງ​ຕັ້ງ​​ຈາກກ​ຳ​ໄລ​ພາຍຫຼັງ​​ເສຍພາ​ສີ​ຂອງວິ​ສາ​ຫະ​ກິດ. ພິ​ເສດ, ຮ່າງ​ກົດ​ໝາຍ​ໄດ້​ກຳ​ນົດ​ຢ່າງ​ຈ​ະ​ແຈ້ງ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ​ເຊິ່ງ​ລັດ​ບໍ່​ເຂົ້າ​ຮ່ວມ ຫຼື ເຂົ້າ​ຮ່ວມ​​ໃນລະ​ດັບ​ຈຳ​ກັດ; ບັນ​ດາ​ຂົງ​ເຂດ​ເຊິ່ງ​ລັດ​ຕ້ອງ​ຮັກ​ສາ​ທຶນ ແລະ ຍູ້​ແຮງ​ຂົງ​ເຂດລັດຕ້ອງ​ຖອນ​ທຶນ​ຢູ່​ວິ​ສາ​ຫະ​ກິດ.

    ​ເວ​ລາ​ຍັງ​ເຫຼືອ​ໃນ​ຕອນ​ເຊົ້າ​ວັນ​ທີ 11/11, ສະ​ພາ​ແຫ່ງ​ຊາດ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ​ເຂົ້າ​ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ.
    ໃນ​ວາລະ​ເຮັດ​ວຽກ​​ຕອນ​ບ່າຍ 11/11, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫລື​ຢູ່​ໜ່ວຍ ກ່ຽວ​ກັບ​ຮ່າງ​ກົດໝາຍ​ປະກາດ​​ໃຊ້ເອກະສານນິຕິ​ກຳ ​ແລະ ​ແຜນ​ຮ່າງ​ປ່ຽນ​ໃໝ່​ຫຼັກ​ສູດ, ປື້​ມຕຳລາ​ສຶກສາ​ຊັ້ນ​ປະຖົມ.


ຂ່າວ/ບົດ​ອື່ນ