ສະພາແຫ່ງຊາດປຶກສາຫາລືກ່ຽວກັບປະມວນກົດໝາຍແພ່ງ(ສະບັບປຸງປຸງ)
ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດ
ຫວຽດນາມ ຊຸດທີ 13
ພາບ: vietnamplus.vn
|
(vovworld)- ຕອນເຊົ້າວັນທີ 10/6, ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ປຶກສາຫາລື ຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ). ປະມວນກົດໝາຍແພ່ງໄດ້ຮັບຖືວ່າແມ່ນກົດໝາຍພື້ນຖານທີ່ສຳຄັນໃນລະບົບເອກະສານນິຕິກຳ, ສຸມໃສ່ປັບປຸງຫລາຍດ້ານໃນການພົວພັນສັງຄົມທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ປະຈຳວັນຂອງປະຊາຊົນ, ວິສາຫະກິດ. ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ການປັບປຸງປະມວນກົດໝາຍແພ່ງ ແມ່ນສິ່ງຈຳເປັນທີ່ສຸດໃນສະພາບການປະຈຸບັນ, ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການກ່ຽວກັບການຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ, ສິດພົນລະເມືອງ, ສ້າງລະບອບນະໂຍບາຍເສດຖະກິດການຕະຫລາດຕາມການນຳນົດທິດສັງຄົມນິຍົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໃຫ້ສົມບູນແບບ.