(ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ)
(vovworld) - ໝາກຜົນແຫ່ງການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2015 ແລະ 5 ປີ 2011 – 2015, ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນການນຳໃຊ້ທີ່ດິນໄລຍະ 2016 – 2020 ແມ່ນບັນດາເນື້ອໃນຕົ້ນຕໍ ທີ່ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືໃນຕອນເຊົ້າວັນທີ 01/04 ຢູ່ກອງປະຊຸມສະໄໝສາມັນເທື່ອທີ 11. ວາລະປຶກສາຫາລືນີ້ ໄດ້ທາງວິທະຍຸຖ່າຍຖອດສົດ ແລະ ໂທລະພາບ ເພື່ອໃຫ້ປະຊາຊົນ, ຜູ້ມີສິດເລືອກຕັ້ງທົ່ວປະເທດຕິດຕາມ.
ບັນດາສະມາຊິກສະພາແຫ່ງຊາດສ່ວນຫລາຍເຫັນດີເຫັນພ້ອມຕໍ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ. 5 ປີ 2011 – 2015, ເຖິງວ່າ ປະເທດຊາດມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ແຕ່ກໍ່ບັນລຸໄດ້ຄາດໝາຍສັງລວມທີ່ໄດ້ວາງອອກໂດຍພື້ນຖານ. ເສດຖະກິດມະຫາພາກເປັນປົກກະຕິ, ການເຕີບໂຕເສດຖະກິດສູງພໍສົມຄວນ, ຊີວິດສັງຄົມໄດ້ຮັບການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນສືບຕໍ່ໄດ້ຮັບການປັບປຸງ. ປີ 2015 ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 6,68% ສູງກ່ວາເມື່ອທຽບໃສ່ຄາດໝາຍທີ່ສະພາແຫ່ງຊາດວາງອອກແມ່ນ 6,2%. ນັ້ນແມ່ນລະດັບການເພີ່ມຂຶ້ນສູງສຸດໃນໄລຍະປີ 2011 – 2015.
ເພື່ອຊຸກຍູ້ການພັດທະນາເສດຖະກິດຂອງປະເທດ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ລັດຖະບານຄວນສືບຕໍ່ສຸມໃສ່ສ້າງໂຄງປະກອບເສດຖະກິດຄືນໃໝ່ ໃນບັນດາຂົງເຂດຈຸດສຸມແມ່ນ ການລົງທຶນຂອງລັດ, ການສ້າງໂຄງປະກອບລະບົບທະນາຄານ ແລະ ບັນດາກຸ່ມບໍລິສັດເສດຖະກິດຄືນໃໝ່. ສ້າງໂຄງປະກອບກະສິກຳຄືນໃໝ່; ພ້ອມທັງເອົາໃຈໃສ່ເປັນພິເສດເຖິງພາກສ່ວນລົງທຶນຂອງຕ່າງປະເທດ, ພັດທະນາກະສິກຳ, ຊົນນະບົດ, ຢູ່ເຂດຫ່າງໄກຊອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ. ທ່ານ ຫງວຽນເລີມແທ່ງ ສະມາຊິກສະພາແຫ່ງຊາດແຂວງ ລ້າງເຊີນ ປະກອບຄຳເຫັນວ່າ:
“ໃນແຜນການພັດທະນາໄລຍະ 5 ປີຈະມາເຖິງ ຕ້ອງມີບັນດານະໂຍບາຍ ແລະ ມາດຕະການຢ່າງມີປະສິດທິພາບ, ມີປະສິດທິຜົນຢ່າງຄົບຊຸດກວ່າ. ພິເສດແມ່ນມີບັນດາກົນໄກປ່ຽນໃໝ່ ກົນໄກຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມ ໃນເຂດຊົນເຜົ່າ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊາຍແດນ, ເຂດໝູ່ເກາະ ເພື່ອຫຼຸດຜ່ອນຄວາມແຕກຕ່າງກັນໃນການດຳເນີນຊີວິດ ແລະ ການພັດທະນາລະຫວ່າງເຂດ, ລະຫວ່າງບັນດາກຸ່ມຊົນເຜົ່າ”.
ສະມາຊິກສະພາແຫ່ງຊາດບາງທ່ານ ສະເໜີຕ້ອງເອົາໃຈໃສ່ເປັນພິເສດເຖິງການຮ່ວມສຳພັນດ້ານເສດຖະກິດລະຫວ່າງເຂດ, ທ້ອງຖິ່ນ; ພ້ອມທັງເອົາໃຈໃສ່ເຖິງການພັດທະນາພາກສ່ວນເສດຖະກິດເອກະຊົນ. ທ່ານ ວໍກິມກື້, ສະມາຊິກສະພາແຫ່ງຊາດແຂວງຮ່າຕິ້ງ, ຖືວ່າ.
“ສະເໜີໃຫ້ສູນກາງ ສືບຕໍ່ສະໜັບສະໜູນການພັດທະນາເສດຖະກິດພາກເອກະຊົນ ແລະ ສະຫະກອນ. ມີລະບົບລະບອບນະໂຍບາຍສົມບູນ ແລະ ອຳນວຍຄວາມສະດວກ, ມີຄວາມດຶງດູດ ເພື່ອປຸກລຸກກຳລັງໜູນພັດທະນາເສດຖະກິດພາກເອກະຊົນ ແລະ ເສດຖະກິດສະຫະກອນ. ການພັດທະນາສະຫະກອນ ແມ່ນການກໍ່ສ້າງຊົນນະບົດໃໝ່. ສູ້ຊົນເພື່ອໃຫ້ທຸກຕາແສງລ້ວນແຕ່ມີສະຫະກອນ ເພື່ອເປັນແກ່ນສານ, ນຳພາແນະນຳໃຫ້ການພັດທະນາເສດຖະກິດທ້ອງຖິ່ນ”.