ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງມະຕິກ່ຽວກັບບາງກົນໄກ, ນະໂຍບາຍສະເພາະເພື່ອປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ

(VOVWORLD) -ຜ່ານການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະສັນກັນໂດຍພື້ນຖານກ່ຽວກັບຄວາມຈຳເປັນຕ້ອງປະກາດໃຊ້ມະຕິ. ຫຼາຍບັນຫາໄດ້ຮັບການພິຈາລະນາ, ຕີລາຄາ, ໄຈ້ແຍກຢ່າງລະອຽດຈາກ ສະມາຊິກສະພາແຫ່ງຊາດ
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງມະຕິກ່ຽວກັບບາງກົນໄກ, ນະໂຍບາຍສະເພາະເພື່ອປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ - ảnh 1ບັນດາ ສ.ສ.ຊ ປຶກສາຫາລືຢູ່ຫໍປະຊຸມ

     ໂດຍສືບຕໍ່ໂຄງການເຮັດວຽກຂອງ ກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 15, ວັນທີ 16 ມັງກອນ ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງມະຕິກ່ຽວກັບບາງກົນໄກ, ນະໂຍບາຍສະເພາະ, ປະຕິບັດບັນດາໂຄງການ ເປົ້າໝາຍແຫ່ງຊາດ.

    ຜ່ານການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະສັນກັນໂດຍພື້ນຖານກ່ຽວກັບຄວາມຈຳເປັນຕ້ອງປະກາດໃຊ້ມະຕິ. ຫຼາຍບັນຫາໄດ້ຮັບການພິຈາລະນາ, ຕີລາຄາ, ໄຈ້ແຍກຢ່າງລະອຽດຈາກ ສະມາຊິກສະພາແຫ່ງຊາດ ພ້ອມທັງສືບຕໍ່ເຮັດແຈ້ງກ່ຽວກັບຊື່, ເນື້ອໃນ, ກົນໄກ, ນະໂຍບາຍສະເພາະໃນການປະຕິບັດບັນດາໂຄງການ. ພິເສດ, ຜູ້ແທນຫຼາຍທ່ານໄດ້ເຫັນດີກັບກົນໄກທົດລອງການແບ່ງຂັ້ນໃຫ້ເມືອງໃນການຄຸ້ມຄອງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດຕາມວິທີການປະຕິບັດກົນໄກທົດລອງການແບ່ງຂັ້ນໃນການຄຸ້ມຄອງ ຈັດຕັ້ງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2024-2025. ທ່ານ ຫງວຽນກວກລ້ວນ, ຄະນະສະມາຊິກສະພາແຫ່ງຊາດ ອຽນບ໋າຍ ໃຫ້ຄຳເຫັນວ່າ:

     “ແຜນການນີ້ຈະແກ້ໄຂຄວາມຫຍຸ້ງຍາກໃຫ້ທ້ອງຖິ່ນ, ຮັບປະກັນການແບ່ງຂັ້ນໃຫ້ແກ່ຂັ້ນເມືອງ, ສ້າງຄວາມເປັນເຈົການ, ຄ່ອງຕົວໃນການບໍລິຫານ ຈັດຕັ້ງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ແລະ ຮັບປະກັນຄວາມເປັນເອກະພາບຂອງບັນດາຈຸດໝາຍລວມຂອງແຂວງ”

ຕອບກັບ

ຂ່າວ/ບົດ​ອື່ນ