ສະພາແຫ່ງຊາດປຶກສາຫາລືທີ່ຫໍປະຊຸມກ່ຽວກັບການສ້າງໂຄງປະກອບເສດຖະກິດຄືນໃໝ່

ສະພາແຫ່ງຊາດປຶກສາຫາລືທີ່ຫໍປະຊຸມກ່ຽວກັບການສ້າງໂຄງປະກອບເສດຖະກິດຄືນໃໝ່ - ảnh 1
ພາບ​ປະ​ກອບ

(vovworld) – ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທືຶ່ອທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ວັນ​ທີ 1/11, ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ສຸມ​ໃສ່​ປຶ​ກ​ສາ​ຫາ​ລື 3 ຂົ​ງ​ສຳ​ຄັນແມ່ນ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຄືນ​ໃໝ່, ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ຄື​ນ​ໃໝ່ ແລະ ສ້າງ​ໂຄງ​ປະ​ກອບ​​ວິ​ສາ​ຫະ​ກິດ​​ຄືນ​ໃໝ່. ຕີ​ລາ​ຄາ​ລວມ, ບັນ​ດາ ສ​ສ​ຊ ຮັບ​ຮູ້​ວ່າ: ພາຍຫຼັງ 3 ປີ​ແຫ່ງ​ການ​ປະ​ຕິ​ບັດ, ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະກິດ​ຄືນ​ໃໝ່​ໄດ້​ນຳ​ມາ​ເຊິ່ງ​ໝ​າກ​ຜົນ​ໃນ​ເບື້ອງ​ຕົ້ນ. ບັນ​ດາ​ລັດວິ​ສາ​ຫະ​ກິດ​​ໄດ້​ຮັບ​ການ​ຈັດ​ຕັ້ງ, ດັດ​ປັບ, ສຸ​ມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ຕົ້ນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເລື່ອງ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ບໍ່​ທັນ​ຮອບ​ດ້ານ, ບໍ່​ທັນ​ຄົບ​ຊຸດ ແລະ ບາງ​ທ້ອງ​ຖີ່​ນ​ຜັນ​ຂະ​ຫຍາຍ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຢ່າງ​ຊັກ​ຊ້າ. ເມື່ອ​ເຕື້ອງ​ເຖິງ​ການ​ຫັນ​ກຸ່ມ​ບໍ​ລິ​ສັດ​, ບໍ​ລິ​ສັດ​ໃຫຍ່ເປັນ​ຫຸ້ນ​ສ່ວນ, ທ່ານ ເທີນ​ດຶກ​ນາມ, ສ​ສ​ຊ ນະ​ຄອນ ດ່າ​ໜັ້ງ, ຊົມ​ເຊີຍ​ຄວາມ​ຕັດ​ສິນ​ໃ​ຈ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ຕ້ອງ​ຫັນ​ເປັນ​ຫຸ້ນ​ສ່ວນ​ລັດ​ວິ​ສາ​ຫະ​ກິດ​ກ່​ວາ 400.000 ​ແຫ່ງ​ໃນ​ປີ 2014 – 2015. ເພື່ອ​ປະ​ຕິ​ບັດ​ໄດ້​ຈຸດ​ໝາຍ​ດັ່ງ​ກ່າວ, ທ່ານ ເທີນ​ດຶກ​ນາມ, ຖື​ວ່າ:

        “ສຳ​ລັບ​ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ​ຂຶ້ນ​ກັບ​ພາກ​ສ່ວນ​ລັດ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ມະ​ຕິ​ສູນ​ກາງ​​ພັກຄັ້ງ​ທີ 3 ຊຸດ​ທີ 11 ເຊິ່ງ​ພາຍຫຼັງ​ຫັນ​ເປັນ​ຫຸ້ນ​ສ່ວນກໍ່​ຖອນ​ທຶນ 100%, ລັດ​ບໍ່​ຄວນ​ຮັກ​ສາ​ຫຸ້ນສ່ວນ​ໄວ້. ທີ​ສອງ​ແມ່ນ​ຕ້ອງ​ສ້າງ​ຮູບ​ແບບ​ການ​ຄຸ້ມ​ຄອງ​ລັດ​ສຳ​ລັບ​ບັນ​ດາ​​ລັດວິ​ສາ​ຫະ​ກິດ​ຍັງ​ເຫຼື​ອ​ພາຍຫຼັງ​ຫັນ​ເປັນ​ຫຸ້ນ​ສ່ວນ, ຈັດ​ແບ່ງ​ເໝາະ​ສົມ​ກັບ​ຂົງ​ເຂດ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ. ທີ​ສາມ​ແມ່ນ, ສ້າງ​ແຜນ​ການ​ນຳ​ໃຊ້​ທຶນ​ຂອງ​ລັດ​ພາຍຫຼັງ​ຫັນ​​ວິ​ສາ​ຫະ​ກິດເປັນ​ຫຸ້ນ​ສ່ວນ​ຕາມ​ຈິດ​ໃຈ​ລັດ​ບໍ່​ຮັກ​ສາ​ວິ​ສາ​ຫະ​ກິດ​ເພື່ອ​ຫາ​ກຳ​ໄລ​ເຊິ່ງ​ລັດ​ຈະ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​​ທີ່ເອ​ກະ​ຊົນ​ບໍ່​ເຮັດ​ຄື: ເຕັກ​ໂນ​ໂລ​ຢີ​ສູງ, ພື້ນ​ຖານ​ໂຄງ​ລ່າງ, ເສດ​ຖະ​ກິດ​ທະ​ເລ, ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ.”

        ໃນ​ຂົງ​ເຂດ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຄືນ​ໃໝ່​ນັ້ນ, ໃນ 3 ປີ​ຜ່າ​ນ​ມາ, ຫວຽດ​ນາມ ​ຈັດ​ແບ່ງ​ທຶນ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ໂຄ​ງ​ການ​ຈຸດ​ສຸມ, ຫຼີກ​ລ້ຽງ​ສະ​ພາບ​ລົງ​ທຶນ​ກະ​ແຈກ​ກະ​ຈາຍ, ຈຳ​ນວນ​ໂຄງ​ການ​ທີ່​ເລີ່ມ​ປະ​ຕິ​ບັດ​ໃໝ່​ຫລຸດ​ຜ່ອນ​ຢ່າງ​ແຮງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເລື່ອງ​ປະ​ກາດ​ໃຊ້​ກອບ​ກົດ​ໝາຍ​ເພື່ອ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຍັງ​ຊັກ​ຊ້າຢູ່. ທ່ານ ຮ່​ວາງ​ດັງ​ກວາງ, ສ​ສ​ຊ ແຂວງ ກວາງ​ບິ່ງ, ສະ​ເໜີ​ວ່າ:

        “ສືບ​ຕໍ່​ສ້າງ​ສຳ​ເລັດ​ລະ​ບອ​ບກົດດ​ໝາຍ​ກ່ຽວ​ກັບ​ກາ​ນ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຄືນ​ໃໝ່. ໃນ​ຕໍ່​ໜ້າ​ແມ່ນ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ, ສ້າງ​ແຜນ​ຮ່າງ​ສັງ​ລວມ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຄື​ນ​ໃໝ່​ເພື່ອ​ກຳ​ນົດ​ວິ​ວັດ​ການ, ບາດ​ກ້າວ​ເດີນ​ລະ​ອຽດ​ເພື່ອ​ສ້າງ​ຄວາ​ມ​ສະ​ດວກ​ໃຫ້​ແກ່​ວຽກ​ງານ​ຄຸ້ມ​ຄອງບ​ໍ​ລິ​ຫານ. ທີ​ສອງ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຄືນ​ໃໝ່​ຄວນ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ທັງ​​ທາງດ້ານ​ຈິນ​ຕະ​ນາ​ການ ແລະ ທັດ​ສະ​ນະ, ຄົ້ນ​ຄ​້​ວາ​ກົນ​ໄກ​ເປີດ​ກ້​ວາງບັນ​ດາ​ຮູບ​ແບບ​ການ​ລົງ​ທຶນ​ເພື່ອ​ສົ່ງ​ເສີມ​ເອ​ກະ​ຊົນ​ເຂົ້າ​ຮ່ວມ​ການ​ລົງ​ທຶນ.”

 


ຂ່າວ/ບົດ​ອື່ນ