ສະພາແຫ່ງຊາດປຶກສາຫາລືບັນດາຮ່າງກົດໝາຍ, ປະມວນກົດໝາຍທີ່ສຳຄັນ
ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍເລືອກຕັ້ງ
ສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນ
ພາບ:baoxaydung.com.vn
|
(vovworld)- ໂດຍສືບຕໍ່ໂຄງການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13, ຕອນບ່າຍວັນທີ 3/6, ບັນດາ ສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງປະຊາມະຕິ, ຮ່າງກົດໝາຍປັບປຸ່ງ, ເພີ່ມເຕີມບາງຂໍ້ມາດຕາຂອງປະມວນກົດໝາຍວ່າດ້ວຍການເດີນທະເລຫວຽດນາມ. ບັນດາ ສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບວ່າ ການລົງປະຊາມະຕິຕ້ອງປະຕິບັດໃນທົ່ວປະເທດ, ຫາກບໍ່ແມ່ນປະຕິບັດດຳເນີນການລົງປະຊາມະຕິຂອງທ້ອງຖິ່ນໃດໜຶ່ງ, ແລະ ບັນຫາທີ່ນຳມາລົງປະຊາມະຕິແມ່ນບັນຫາທີ່ມີຄວາມໝາຍລະດັບຊາດ. ກ່ຽວກັບພາກສ່ວນທີ່ມີສິດນຳບັນຫາໄປລົງປະຊາມະຕິ, ທ່ານ ອວງຈູລິວ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແຂວງ ແທງຮ້ວາ ຖືວ່າ :
“ ພາກສ່ວນທີ່ມີສິດລົງປະຊາມະຕິ, ກ່ອນອື່ນໝົດແມ່ນຄະນະປະຈຳສະພາແຫ່ງຊາດ, ທີ 2 ແມ່ນປະທານປະເທດ, ລັດຖະບານ ແລະ 1/3ຈຳນວນສະມາຊິກສະພາແຫ່ງຊາດ. ສິດຕັດສິນສຸດທ້າຍຊຶ່ງຈະດຳເນີນການລົງປະຊາມະຕິຫຼືບໍ່ດຳເນີນການລົງປະຊາມະຕິ ຕາມຂໍ້ກຳນົດຂອງລັດຖະທຳມະນູນ ໂດຍແມ່ນສະພາແຫ່ງຊາດຕັດສິນ ”
ກ່ອນໜ້ານັນ້, ໃນຕອນເຊົ້າຂອງວັນດຽວກັນກັນ, ບັນດາ ສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ. ກ່ຽວກັບອົງປະກອບຜູ້ໄດ້ຮັບການສະເໜີອອກສະໝັກຮັບເລືອກຕັ້ງ, ທ່ານນາງ ຫງວຽນທິຟຸກ ສະມາຊິກສະພາແຫ່ງຊາດແຂວງ ບິງຖ້ວນ ມີຄຳເຫັນວ່າ :
“ຕ້ອງຮັບປະກັນເພື່ອໃຫ້ມີຢ່າງຫນ້ອຍສຸດ 18% ຈຳນວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແມ່ນຊາວຊົນເຜົ່າສ່ວນຫນ້ອຍ ແລະ ຕ້ອງຮັບປະກັນ ຢ່າງໜ້ອຍມີ 35% ຈຳນວນຜູ້ ອອກສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ແມ່ນແມ່ຍິງ. ກຳນົດເຊັ່ນນັ້ນ, ຂ້າພະເຈົ້າເຫັນວ່າ ນີ້ແມ່ນບາດກ້າວເດີນໃໝ່ເມື່ອທຽບໃສ່ກົດໝາຍພວມປະຕິບັດປະຈຸບັນ ”