(vovworld) - ວັນທີ 18/6, ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫະລິມະຊັບ (ສະບັບປັບປຸງ), ພ້ອມທັງລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນສ່ວນລວມ ແລະ ກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ). ນີ້ແມ່ນບັນດາຮ່າງກົດໝາຍໄດ້ຮັບຄວາມສົນໃຈຈາກ ສສຊ ແລະ ຜູ້ມີສິດເລືອກຕັ້ງຫຼາຍທີ່ສຸດ ຍ້ອນມັນສົ່ງຜົນສະທ້ອນໂດຍກົງເຖິງສິດ ແລະ ຜົນປະໂຫຍດຂອງປະຊາຊົນ.
ໃຫ້ຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ) , ທ່ານ ຫງວຽນເລີມແທ່ງ ສ.ສ.ຊ ແຂວງຫລ້າງເຊີນ ຖືວ່າ :
“ ການພັດທະນາຕະຫຼາດໃຫ້ເຊົ່າເຮືອນຢູ່ ແມ່ນໄດ້ແກ້ໄຂດ້ານຈິດຕະກ່ຽວກັບການຄອບງຳຍ້ອນເຮືອນຢູ່, ປະກອບສ່ວນດັດປັບຕະຫຼາດແຮງງານລະຫວ່າງເຂດຕ່າງໆ, ເພີ່ມລັກສະນະສະດຸ້ງໄວຂອງບັນດາຕະຫຼາດແຮງງານ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຢູ່ບັນດາເຂດຮັບບຸລິມະສິດ. ທີ 3, ພັດທະນາຕະຫຼາດໃຫ້ເຊົ່າເຮືອນຢູ່ ກໍເປັນການປະກອບສ່ວນປົດປ່ອຍແຫຼ່ງທຶນຊຶ່ງບັນດາສວ່ນບຸກຄົນ, ຄອບຄົວຕ້ອງຈາຍໃຫ້ຕະຫຼາດອະສັງຫາລິມະຊັບ, ຫັນມາສູ່ຂົງເຂດລົງທຶນອື່ນ ຫຼືກະຕຸ້ນຄວາມຕ້ອງການອຸປະໂພກໃນສັງຄົມ”