ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ2015
ສສຊ ຫງວຽນວັນຕ໋ວຽດ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld)- ໂດຍສືບຕໍ່ລາຍການເຮັດວຽກ ຂອງກອງປະຊຸມສະໄໝສາມັນ ຄັ້ງທີ 2, ສະພາແຫ່ງຊາດ ຊຸດທີ 14, ໃນວັນທີ 26/10, ສະພາແຫ່ງຊາດໄດ້ໂຮມວາລະປະຊຸມຄົບຄະນະ ຢູ່ຫໍປະຊຸມ, ປຶກສາຫາລື ກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາ ຂອງປະມວນກົດໝາຍອາຍາ 2015. ຜ່ານການປຶກສາ, ບັນດາສະພາແຫ່ງຊາດ ຖືວ່າ: ປະມວນກົດໝາຍອາຍາແມ່ນກົດໝາຍໃຫຍ່, ສຳຄັນພິເສດ. ດັ່ງນັ້ນ, ຄວນປັບປຸງບັນດາຂໍ້ກຳນົດທີ່ຍັງບໍ່ເໝາະສົມຢ່າງເຖິງຖອງ ແນ່ໃສ່ສ້າງປະມວນກົດໝາຍ ມີລັກສະນະຄວາມເປັນໄປໄດ້ສູງ, ຕິດພັນກັບພຶດຕິກຳຕົວຈິງ ແລະ ມີລັກສະນະໝັ້ນຄົງຍາວນານ. ທີ່ກອງປະຊຸມ, ສະມາຊິກສະພາແຫ່ງຊາດຫຼາຍທ່ານ ໄດ້ປະກອບຄຳເຫັນປັບປຸງຂໍ້ກຳນົດ ກ່ຽວກັບບຸກຄົນອາຍຸຄົບ 14 ປີ ເຖິງ ຕ່ຳກ່ວາ 16 ປີ ຕ້ອງມີຄວາມຮັບຜິດຊອບທາງອາຍາ ກ່ຽວການກະທຳຜິດສະຖານຄະຣຸໂທດ ໂດຍເຈດຕະນາ.
ບັນດາສະມາຊິກສະພາແຫ່ງຊາດ ກໍ່ໄດ້ປະກອບຄຳເຫັນ ເລື່ອງປະມວນກົດໝາຍອາຍາ 2015 ຄັ້ງທຳອິດ ໄດ້ກຳນົດລະບອບຮັບຜິດຊອບທາງອາຍາ ຂອງນິຕິບຸກຄົນການຄ້າ. ນີ້ແມ່ນຈຸດປ່ຽນໃໝ່ທີ່ພົ້ນເດັ່ນ ມີລັກສະນະບຸກທະລຸ ໃນນະໂຍບາຍອາຍາ ຂອງຫວຽດນາມ, ເພື່ອແນໃສ່ປະກອບສ່ວນແກ້ໄຂບັນດາຂໍ້ຈຳກັດ ໃນການແກ້ໄຂບັນດາການລະເມີດ ຂອງນິຕິບຸກຄົນການຄ້າ, ເປັນຕົ້ນແມ່ນ ໃນບັນດາກໍລະນີລະເມີດ ໃນຂົງເຂດເສດຖະກິດ ແລະ ສິ່ງແວດລ້ອມ. ບັນດາສະມາຊິກສະພາແຫ່ງຊາດ ກໍ່ຖືວ່າ: ປະມວນກົດໝາຍອາຍາ ແມ່ນປະມວນກົດໝາຍທີ່ສຳຄັນ ມີລັກສະນະເປັນກະດູກສັນຫຼັງ, ດັ່ງນັ້ນ ສະພາແຫ່ງຊາດ ພຽງແຕ່ຮັບຮອງເອົາກົດໝາຍ ເມື່ອໄດ້ພິຈາລະນາຢ່າງລະອຽດບັນດາເນື້ອໃນປັບປຸງ.