ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ປະກັນໄພສັງຄົມ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍສອນວິຊາຊີບ
(ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍປະກັນໄພສັງຄົມ (ສະບັບປັບປຸງ)
ແລະ ກົດໝາຍວ່າດ້ວຍສອນວິຊາຊີບ)
(vovworld) – ຕອນເຊົ້າວັນທີ 29/05, ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍປະກັນໄພສັງຄົມ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍສອນວິຊາຊີບ, ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2012.
ກ່ອນໜ້ານັ້ນ, ວັນທີ 28/05, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ຖືວ່າ ຖ້າຫາກໄດ້ຮັບການຮັບຮອງເອົາ, ຮ່າງກົດໝາຍຈະຊ່ວຍແກ້ໄຂບັນດາຮົ້ວກີດຂວາງ ເພື່ອສ້າງສະພາບແວດລ້ອມແກ່ງແຍ້ງທີ່ສະເໝີພາບ, ພິເສດແມ່ນຂໍ້ກຳນົດວີສາຫະກິດປະຕິບັດສິດດຳເນີນທຸລະກິດໃນທຸກຂະແໜງອາຊີບເຊິ່ງກົດໝາຍບໍ່ຫ້າມ, ເໝາະສົມກັບລັດຖະທຳມະນູນພວມປະກາດໃຊ້. ຕາມຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ບັນດາລະບຽບການບໍລິຫານຈົດທະບຽນເລີ່ມຫຼຸດລົງເຫຼືອພຽງ 5 ລະບຽບການເທົ່ານັ້ນແທນໃຫ້ຕ້ອງເຮັດ 10 ລະບຽບການ ດ້ວຍໄລຍະເວລາ 34 ວັນຄືປະຈຸບັນ. ແຕ່ວ່າ, ບັນດາສະມາຊິກສະພາແຫ່ງຊາດ ສະເໜີວ່າ ຮ່າງກົດໝາຍຕ້ອງມີບັນດາຂ້ໍກຳນົດເພີ່ມທະວີວຽງການກວດກາພາຍຫຼັງການເຄື່ອນໄຫວຂອງວິສາຫະກິດເພື່ອຫຼີກລ້ຽງສະພາບສ້າງຕັ້ງວິສາຫະກິດເພື່ອຜົນປະໂຫຍດສ່ວນຕົວຈາກການຊື້ຂາຍໃບສັ່ງສິນຄ້າ.