(vovworld) – ຕອນບ່າຍວັນທີ 5/4, ດ້ວຍຈຳນວນບັດສະໜັບສະໜູນສ່ວນຫຼາຍ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາມະຕິເລືອກຕັ້ງປະທານສະພາຊົນເຜົ່າ, ຫົວໜ້າກຳມາທິການຂອງສະພາແຫ່ງຊາດບາງທ່ານ ແລະ ມະຕິເລືອກຕັ້ງຫົວໜ້າອົງການກວດສອບແຫ່ງລັດ. ດ້ວຍຈຳນວນບັດສະໜັບສະໜູນສ່ວນຫຼາຍ, ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານ ຮ່າງອກຈ໋ຽນ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດດຳລົງຕຳແໜ່ງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດຊຸດທີ 13, ເລືອກຕັ້ງທ່ານນາງ ເລທິງາ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດດຳລົງຕຳແໜ່ງຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດຊຸດທີ 13; ເລືອກຕັ້ງທ່ານ ຫງວຽນດືກຫາຍ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການກວດກາສູນກາງ ດຳລົງຕຳແໜ່ງຫົວໜ້າກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດຊຸດທີ 13, ເລືອກຕັ້ງທ່ານ ຫວໍຈ້ອງວຽດ, ພົນໂທ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ດຳລົງຕຳແໜ່ງຫົວໜ້າ
ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດຊຸດທີ 13; ເລືອກຕັ້ງທ່ານນາງ ຫງວຽນແທງຫາຍ, ກຳມະການຄະນະປະຈຳ ສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ ດຳລົງຕຳແໜ່ງເປັນ ຫົວໜ້າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຊຸດທີ 13; ເລືອກຕັ້ງທ່ານນາງ ຫງວຽນ ທູ໋ຍແອງ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ດຳລົງຕຳແໜ່ງເປັນ ຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຊຸດທີ 13.
ດ້ວຍຈຳນວນບັດສະໜັບສະໜູນ 417/485, ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານ ໂຮ່ດຶກເຟີກ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ເງ້ອານ, ດຳລົງຕຳແໜ່ງເປັນຫົວໜ້າອົງການກວດສອບ.
ຖັດຈາກນັ້ນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິເລືອກຕັ້ງບັນດາຕຳແໜ່ງດັ່ງກ່າວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕາງໜ້າສະພາແຫ່ງຊາດມອບຊໍ່ດອກໄມ້, ອວຍພອນທ່ານປະທານສະພາຊົນເຜົ່າ, ຫົວໜ້າກຳມາທິການຈຳນວນໜຶ່ງຂອງສະພາແຫ່ງຊາດ ແລະ ຫົວໜ້າອົງການກວດສອບແຫ່ງລັດ.