ສະພາແຫ່ງຊາດປະຕິບັດວຽກງານບຸກຄະລາກອນຢ່າງເປັນເຈົ້າການ,ຖືກຕາມກົດໝາຍ

ສະພາແຫ່ງຊາດປະຕິບັດວຽກງານບຸກຄະລາກອນຢ່າງເປັນເຈົ້າການ,ຖືກຕາມກົດໝາຍ - ảnh 1
(ທີ່​ການ​ປະ​ຊຸມ​ຂ່າວ)

(vovworld) - ​ທີ່​ການ​ປະ​ຊຸມ​ຂ່າວ​ສິ້​ນ​ສຸດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ ຫງວຽນ​ແຮ້ງ​ຟຸກ ຢືນ​ຢັນ​ວ່າ, ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນ​ຫຼາຍໃຫ້​​ວຽກ​ງານ​ບຸ​ລະ​ນະບຸກ​ຄະ​ລາ​ກອນ​ໃຫ້​ສຳ​ເລັດ.

        “ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ການ​ກະ​ກຽ​ມ, ແຈ້ງ​ຂ່າວ​ຂອງ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ພະ​ນັກ​ງານ​ຂັ້ນ​ສູງ, ແຈ້ງ​ໃຫ້​ທຸກ​ເປົ້າ​ໝາຍ, ພາກ​ສ່ວນ​ກະ​ກ່ຽ​ມ​ໃຫ້​ແກ່​ການ​ພົ້ນ​ຕຳ​ແໜ່ງ, ເພື່ອບໍ່ໃຫ້​ຕົກ​ຢູ່​ໃນ​ທ່າ​ຮັບ. ພວ​ກ​ເຮົາ​ໄດ້​ປະ​ຕິ​ບັດ​ຖືກ​ຕາມ​ຂັ້ນ​ຕອນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອ​ງ, ພົ້ນ​ຕຳ​ແໜ່ງ, ແຕ່ງ​ຕັ້ງ​ພະ​ນັກ​ງານ​ຖືກ​ຕາມ​ຂໍ້​ກຳ​ນົດ, ​ຂອງ​ພັກ, ລັດ ແລະ ສະ​ພາ​ແຫ່ງ​ຊາດ”.

        ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ ເລ​ມິງ​ທົງ ໃຫ້​ຂໍ້​ສັງ​ເກດ​ວ່າ ເລື່ອງບຸ​ລະ​ນະບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ໃຫ້​ສຳ​ເລັດ ​ໂດຍສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ປະ​ຕິ​ບັດ​ຖືກ​ຕາມ​ແຜນ​ນະ​ໂຍ​ບາຍ ແລະ ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ສະ​ພາ​ແຫ່ງ​ຊາດ​ຈະ​ສືບ​ຕໍ່​ຄົ້ນ​ຄວ້າ​​ປັບ​ປຸ່ງ​ຂໍ​້​ກຳ​ນົດ​ ເພື່​ອ​ປະ​ຕິ​ບັດ​​ໃຫ້​ດີກວ່າ, ຮັບ​ປະ​ກັນ​ລັກ​ສະ​ນະ​ກະ​ທັດ​ລັດ, ແໜ້ນ​ແຟ້ນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ