ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນການລົງທຶນສາທາລະນະໄລຍະກາງ

ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນການລົງທຶນສາທາລະນະໄລຍະກາງ - ảnh 1
(ພາບ​ປະ​ກອບ​ອີນ​ເຕ​ີ​ແນັດ)

(vovworld)- ຕອນ​ເຊົ້າ​ ວັນ​ທີ 10/11, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ ກ່ຽວ​ກັບ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ໄລ​ຍະ​ກາງ ໄລ​ຍະ 2016-2020 ແລະ ປຶ​ກ​ສາ​ຫາ​ລື ຢູ່​ຫໍ​ປະ​ຊຸມ​ ກ່ຽວ​ກັບ​ຮ່າງກົດ​ໝາຍ​ວ່າ​ດ້ວຍ ກາ​ນໜູນ​ຊ່ວຍ​ດ້ານນິ​ຕິ​ກຳ (ສະ​ບັບ​ປັບ​ປຸງ). ໃນ​ການ​ເຮັດ​ວຽກ​ມື້ວານນີ້, ສະ​ພາ​ແຫ່ງ​ຊາດ​ ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ ການໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ. ບັນ​ດາ​ສະ​ມາ​ຊິກ​ໄດ້ ເຫັນ​ດີໂດຍ​ພື້ນ​ຖານ ​ ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ປະ​ກາດ​ໃຊ້ກົດ​ໝາຍ ແລະ ຖື​ວ່າ: ຫວຽດ​ນາມ ພວມ​ມຸ່ງ​ໄປ​ເຖິງບົດ​ບາດ, ລັດ​​ແຫ່ງ​ການກໍ່ສ້າງ, ​ລັດ​ສ້າງ​ສະ​ພາບ​​ແວດ​ລ້ອມດຳ​ເນ​ີນ​ທຸ​ລະ​ກິດຢ່າງ​ສະ​ດວກ​ ​ເພື່ອໃຫ້​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ພັດ​ທະ​ນາ. ມີບາງ​ຄວາມ​ເຫັນ​ກໍ່​ສະ​ເໜີ, ຄວນ​ຄົ້ນ​ຄ້​ວາ, ​ກວດ​ກາຢ່າງ​ລະ​ອຽດ, ຕີ​ລາ​ຄາ​ບັນ​ດາຜົນ​ກະ​ທົບ ຂອງ​ການຫຼຸດ​ພາ​ສີ​ອາ​ກອນ ​ສຳ​ລັບວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ ກໍ່​ຄື​ບັນ​ດາ​ມາດ​ຕະ​ການ​ອື​່ນ ເພື່ອສ້າງແຫຼ່ງ​ລາຍ​ຮັບ​ໃນ​ອະ​ນາ​ຄົດ ແຕ່ບໍ່​ສົ່ງຜົນ​ສະ​ທ້ອນ ​ເຖິງ​ແຫຼ່ງ​ລາຍ​ຮັບ​ ຂອງງົບ​ປະ​ມານ​ແຫ່ງ​ລັດ ​ໃນປັດ​ຈຸ​ບັນ. ຄຽງ​ຄູ່​ກັນ​ນັ້ນ, ຄວນ​ເບິ່ງ​ຄືນ​ ມາດ​ຖານ​ກຳ​ນົດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ, ອົງ​ການ​ໃດ​ຮັບ​ຮອງ ແລະ ດ້ວຍວິ​ທີ​​ໃດ ເພື່ອ​​ໃຫ້ວິ​ສາ​ຫະ​ກິດຢັ້ງ​ຢືນ​ຕົນ​ເອງ​ຂື້ນ​ກັບ​ເປົ້າ​ໝາຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ ​ທີ່ໄດ້​ຮັບ​ການ​ໜູນ​ຊ່ວຍ. ກົດ​ໝາຍ​ຕ້ອງ​ກຳ​ນົດ​ຢ່າງ​ຈະ​ແຈ້ງ, ຫຼີກລ່ຽງການຂໍ​-ໃຫ້.

ຂ່າວ/ບົດ​ອື່ນ