ສະພາແຫ່ງຊາດລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປຊຊ

ສະພາແຫ່ງຊາດລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປຊຊ - ảnh 1
(​ທ່ານ​ຮອງ​ປະ​​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ)

(vovworld) – ຕອ​ນ​ເຊົ້າ​ວັ​ນ​ທີ 20/11, ພາຍ​ໃຕ້​ການ​ບໍ​ລິ​ຫານ​ຂອງ​ທ່ານ​ຮອງ​ປະ​​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ, ສະ​ພາ​ແຫ່ງ​ຊ​າດ​ໄດ້​ລົງ​ປະ​ຊາ​ມະ​ຕິ​ຮັບຮອງ​ເອົ​າ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ ​ແລະ​ ສະ​ພາ​ປະ​ຊາ​ຊົນ. ກົດ​ໝ​າຍ​ດັ່ງ​ກ່າວ​ກຳ​ນົດ​ກ່ຽວ​ກັບ​ການ​ເຄື່ອ​ນ​ໄຫວ​ຕິດ​ຕາມກວດກ​າ​ຂອງ​ສະ​ພາ​ແ​ຫ່ງ​ຊາດ, ຄະ​ນ​ະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ, ບັນ​ດາ​ກຳ​ມາ​ທິ​ການ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ແລະ ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ; ສະ​ພາ​ປະ​ຊ​າ​ຊົນ, ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ, ບັນ​ດາ​ຄະ​ນະ​ຂອງ​ສະ​ພາ​ປະ​ຊາ​ຊົນ ແລະ ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ; ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ​, ອົງ​ການຈັດ​ຕັ້ງ, ​ສ່ວນ​ບຸກ​ຄົນ​ທີ່ຖືກ​ຕິດ​ຕາມກວດ​ກາ, ອົງ​ການ, ອົງ​ການ​ຈັດ​ຕັ້ງ ແລະ ສ່ວນ​ບຸກ​ຄົນທີ່​ກຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ.

      ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ໄ​ດ້​ປຶກ​ສ​າ​ຫາ​ລື​​​ກ່ຽວ​ກັບ​ການ​ສະ​ຫຼຸ​ບ​​ວຽກ​ງານ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ທົດ​ລອງ​​ລະ​ບອບ​ພະ​ນັກ​ງານ​ປະ​ຕິ​ບັດ​​ຄຳ​ຕັດ​ສິນ​ຂອງ​ສານ​ແພ່ງ ຕາມ​ມະ​ຕິ​ເລກ​ທີ 36 ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ​ຮ່າງມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ບັດລະ​ບອບ​ດັ່ງ​ກ່າວ​ ແລະ ເລື່ອງໃຫ້​ສັດ​ຕະ​ຍາ​ບັນ​ອ​ະ​ນຸ​ສັນ​ຍາ​ປັບ​ປຸງ​ສັນ​ຍາ​ສ້າງ​ຕັ້ງ​ອົງ​ການ​ຄ້າ​ໂລກ (WTO).

ຂ່າວ/ບົດ​ອື່ນ