ປະທານສະພາແຫ່ງຊາດ ລີບີ Nouri Abusahmain (ຜູ້ທີ່ໜຶ່ງ, ເບື້ອງຂວາ) ໃນການພົບປະກັບທູດພິເສດຂອງ ສປຊ ກ່ຽວກັບ ລີບີ Bernardino Leon
(ພາບ: THX/TTXVN)
|
(vovworld) – ວັນທີ 9/6, ສະພາແຫ່ງຊາດສາກົນຮັບຮູ້ ລີບີ ປະຕິເສດຮ່າງຂໍ້ສະເໜີແນະສ້າງຕັ້ງລັດຖະບານເອກະພາບ ແລະ ຖອນອອກຈາກບັນດາການເຈລະຈາ. ຕາມບັນດາສະມາຊິກສະພາແຫ່ງຊາດປະເທດນີ້ແລ້ວ, ສະພາແຫ່ງຊາດ ລີບີ ຫ້າມບັນດາສະມາຊິກສະພາແຫ່ງຊາດໄປຍັງ ເຢຍລະມັນເຂົ້າຮ່ວມການປະຊຸມກັບບັນດາການນຳ ເອີລົບ ແລະ ອາບຝຣີກາ ເໜືອ ເພື່ອປຶກສາຫາລືກ່ຽວກັບຂໍ້ສະເໜີຂອງທູດພິເສດຂອງເລຂາທິການໃຫຍ່ ສປຊ ກ່ຽວກັບ ລີບີ ທ່ານ Bernardino Leon ເພື່ອແນໃສ່ຢຸດຕິການຍາດແຍ່ງສິດອຳນາດຢູ່ປະເທດນີ້. ກ່ອນໜ້ານັ້ນ, ໃນທ້າຍວັນທີ 8/6, ທີ່ການເຈລະຈາຢູ່ Maroc, ທ່ານ Leon ໄດ້ຍົກອອກຂໍ້ສະເໜີທີ 4 ຮຽກຮ້ອງສ້າງຕັ້ງລັດຖະບານຂ້າມຜ່ານສາມັກຄີໃນຮອບເວລາ 1 ປີ, ໃນນັ້ນສະພາລັດຖະມົນຕີໂດຍທ່ານນາຍົກລັດຖະມົນຕີນຳໜ້າພ້ອມກັບຮອງນາຍົກລັດຖະມົນຕີ 2 ທ່ານຈະກຳອຳນາດບໍລິຫານປະເທດຊາດ. ສະພາຕ່ຳຈະແມ່ນອົງການນິຕິບັນຍັດໜຶ່ງດຽວ ແລະ ອົງການທີ່ປຶກສາສະພາແຫ່ງລັດລວມມີສະມາຊິກ 120 ຄົນ, ໃນນັ້ນມີສະມາຊິກຂອງສະພາປະຊາຊົນທົ່ວປະເທດ.