ສະພາແຫ່ງຊາດລາວກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 7

ສະພາແຫ່ງຊາດລາວກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 7  - ảnh 1
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​​ຊຸດ​ທີ 7 ຂອງ​ ສປປ ​ລາວ
(ພາບ: Hoàng Chương/Vietnam+)

(vovworld) – ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​​ຊຸດ​ທີ 7 ຂອງ​ ສປປ ​ລາວ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 8/7, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່ຕູ້. ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ຈູມມາລີ ​ໄຊ​ຍະ​ສອນ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ​ລາວ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມ. ອ່ານ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່ຕູ້ ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ຄົ້ນ​ຄ້ວາ, ປຶກສາ​ຫາລື​ບາງ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຄື: ຮັບ​ຟັງ​ລາຍ​ງານ​ສະຫຼຸບ​ກາງ​ສະ​ໄໝ​ຂອງ​ລັດຖະບານ ​ກ່ຽວ​ກັບ​ການຈັດ​ຕັ້ງ, ປະຕິບັດແຜນພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ ຄັ້ງ​ທີ 7, ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​​ເສດຖະກິດ​ສັງຄົມ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ​ແຜນການ​ວຽກ​ງານ​ຈຸດ​ສຸມ​ໃນ 6 ​ເດືອນ​ທ້າຍ​ປີ 2013, ຮ່າງ​ແຜນການ​ປີ 2013 – 2014, ຮັບ​ຟັງ​ລາຍ​ງານ​ກ່ຽວ​ກັບ​ການ​ກະກຽມ​ຂອງ​ລາວ ​ເພື່ອ​ເຂົ້າ​​ເປັນ​ສະມາຊິກ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015, ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ກົດໝາຍ​ຈຳນວນ​ໜຶ່ງ…ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ຈະ​ດຳ​ເນີນ​ໃນ​ເວລາ 18 ວັນ, ນັບ​ແຕ່​ວັນ​ທີ 8-26/7.

 

ຂ່າວ/ບົດ​ອື່ນ