(vovworld) – ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ຕອນເຊົ້າວັນທີ 18/11, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ
ສຳລັບບັນດາຂັ້ນຕອນ, ວຽກງານສ້າງ ແລະປະກາດໃຊ້ກົດໝາຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ, ຂັ້ນຕອນ, ວຽກງານສ້າງກົດໝາຍໃນປະຈຸບັນແມ່ນເຂັ້ມງວດ, ຮັດກຸ່ມ ແລະ ເໝາະສົມ.
“ປະຈຸບັນຂັ້ນຕອນສ້າງກົດໝາຍແມ່ນຜູ້ສະເໜີຂໍ້ລິເລີມແມ່ນສະມາຊິກສະພາແຫ່ງຊາດ, ຄະນະກຳມະການ, ສະພາຊົນເຜົ່າ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ປະທານປະເທດ, ປະທານສານປະຊາຊົນສູງສຸດ. ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ບັນດາອົງການສຳນັກງານ, ອົງການຈັດຕັ້ງການເມືອງສັງຄົມອື່ນໆ. ສະນັ້ນ, ພາກສ່ວນສ້າງກົດໝາຍແມ່ນກວ້າງຂວາງ, ລັດຖະບານມີໜ້າທີ່ຄົ້ນຄວ້າ, ສະເໜີ, ຍື່ນສະເໜີເພື່ອໃຫ້ສະພາແຫ່ງຊາດປະກາດໃຊ້, ລັດຖະບານແມ່ນພາກສ່ວນສຳຄັນ ຍ້ອນວ່ານີ້ແມ່ນອົງການບໍລິຫານ. ສະນັ້ນ, ກົດໝາຍບໍ່ຕ້ອງເພີ່ມເຕີ່ມຫຍັງອີກ ບັນຫາແມ່ນພວກເຮົາຕ້ອງປະຕິບັດເປັນຢ່າງດີ”.
ໃນທ້າຍວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ມີບົດກ່າວປາໄສອະພິປາຍເຮັດແຈ້ງ ແລະ ຕອບຄຳຊັກຖາມກ່ຽວກັບໜ້າທີ່ຂອງຜູ້ນຳລັດຖະບານ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ.
“ລັດຖະບານຈະສ້າງໂຄງການສັງລວມໃຫ້ໄລຍະ 15 ປີ, ແຜນການດຳເນີນງານ 5 ປີ, ປະຈຳປີ, ໃນນັ້ນກຳນົດບັນດາເປົ້າໝາຍບຸລິມະສິດຈຸດສຸມ, ຈຸດສຸມຕາມໄລຍະທາງທີ່ເໝາະສົມ, ປະສານສົມທົບບັນດາເປົ້າໝາຍພັດທະນາແບບຍືນຍົງນີ້ ເຂົ້າມີແຜນການພັດທະນາເສດຖະກິດ - ສັງຄົມຂອງທົ່ວປະເທດ, ແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນຢ່າງມີປະສິດທິຜົນ. ພວກເຮົາຈະທັງເຮັດທັງຖອດຖອນບົດຮຽນ ເພື່ອໃຫ້ເໝາະສົມກັບເງື່ອນໄຂຂອງ ຫວຽດນາມ”
ກ່ຽວກັບບັນຫາຫລຸດຜ່ອນຄວາມທຸກຍາກຫລາຍສົ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໃຫ້ຮູ້ວ່າ: ນີ້ແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດ, ແມ່ນເປົ້າໝາຍໜຶ່ງຂອງການພັດທະນາແບບຍືນຍົງຂອງ ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດ ຮວີ່ນງ້ອກເຊີນ ຢືນຢັນວ່າ: ສະພາແຫ່ງຊາດ ໄດ້ສຳເລັດບັນດາເນື້ອໃນວາລະຊັກຖາມ ແລະ ຕອບຄຳຊັກຖາມ. ທ່ານ ຮວີ່ນງ້ອກເຊີນ ໃຫ້ຮູ້ວ່າ:
“ວາລະຊັກຖາມ ແລະ ຕອບຄຳຊັກຖາມ ດຳເນີນໃນບັນຍາກາດປະຊາທິປະໄຕ, ກົງໄປກົງມາ ແລະ ສ້າງສາ. ວິທີການດຳເນີນຊັກຖາມຢູ່ກອງປະຊຸມມີການປ່ຽນໃໝ່. ເປັນຄັ້ງທຳອິດສະພາແຫ່ງຊາດໄດ້ດຳເນີນການຊັກຖາມ ເຊິ່ງມີການເຂົ້າຮ່ວມອະພິປາຍຂອງຄົບທຸກສະມາຊິກລັດຖະບານ, ບັນດາຂະແໜງການ ຂົງເຂດຕ່າງໆ”.