ສະ​ພາ​ແຫ່ງ​ຊາດ​ສິ້ນ​ສຸດ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -   ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ສິ້ນສຸດວາລະປຶກສາຫາລືກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ.
ສະ​ພາ​ແຫ່ງ​ຊາດ​ສິ້ນ​ສຸດ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ການເຮັດວຽກໃນຕອນບ່າຍວັນທີ 5 ພະຈິກ ຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: baochinhphu.vn)

 ສະຫຼຸບວາລະປຶກສາຫາລືທີ່ດຳເນີນເປັນເວລາ 3 ວັນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫ໋ຽນ ໃຫ້ຮູ້ວ່າ: ບັນດາຜູ້ແທນຕີລາຕາສູງຕໍ່ການຊີ້ນຳບໍລິຫານຢ່າງຂ້ຽວຂາດ, ຮີບດ່ວນຂອງລັດຖະບານ, ຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທົ່ວປະເທດໄດ້ປະຕິບັດບັນດາມາດຕະການຮັບມືກັບໂລກລະບາດ ຢ່າງຄົບຖ້ວນ. ດັ່ງນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ຄວບຄຸມໂລກລະບາດສຳເລັດໄດ້ໂດຍພື້ນຖານ, ຟື້ນຟູເສດຖະກິດເທື່ອລະກ້າວ, ສັງຄົມເປັນປົກກະຕິ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເຄື່ອນໄຫວພວົພັນຕ່າງປະເທດບັນລຸໝາກຜົນຕັ້ງໜ້າ ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ຊຸມປີຕໍ່ໄປ. ທ່ານ ເນັ້ນໜັກວ່າ:

        “ເບິ່ງລວມແລ້ວ, ເນື້ອໃນປຶກສາຫາລືແມ່ນຮອບດ້ານ, ລົງເລິກເຂົ້າໃນບັນດາບັນຫາ ໂດຍຜູ້ມີສິດເລືອກຕັ້ງມີຄວາມສົນໃຈ ແລະ ຖືກດຳເນີນໄປໃນບັນຍາກາດຟົດຟື້ນ, ກົງໄປກົງມາ ແລະ ມີຄວາມຮັບຜິດຊອບ. ຄຳເຫັນປະກອບຂອງສະມາຊິກສະພາແຫ່ງຊາດສ່ວນຫຼາຍ ແມ່ນເຫັນດີເຫັນພ້ອມກັບຫຼາຍເນື້ອໃນຂອງບັນດາບົດລາຍງານຂອງລັດຖະບານ ແລະ ບັນດາອົງການກວດກາຢັ້ງຢືນຂອງ ສະພາແຫ່ງຊາດ”.

        ຕາມລາຍການຂອງກອງປະຊຸມຄັ້ງນີ້, ວັນທີ 6 ພະຈິກ, ສະພາແຫ່ງຊາດຈະເລີ່ມດຳເນີນວາລະຊັກຖາມບັນດາສະມາຊິກສະພາແຫ່ງຊາດ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມຄັ້ງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ