ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່​ການ​ຊັກ​ຖາມ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ຮ່າງ​ເອ​ກະ​ສານ ຍື່ນ​ສະ​ເໜີຕໍ່ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIII ຂອງ​ພັກ

(VOVWORLD) -ຕອນເຊົ້າວັນທີ 10 ພະຈິກ, ສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ສືບຕໍ່ການຊັກຖາມ ແລະ ຕອບຄຳຊັກຖາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດບັນດາມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດກາຕາມຫົວເລື່ອງສະເພາະ ແລະ ການຊັກຖາມ ໃນອາຍຸການຊຸດທີ XIV ແລະ ບາງມະຕິໃນອາຍຸການຊຸດທີ XIII.
ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່​ການ​ຊັກ​ຖາມ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ຮ່າງ​ເອ​ກະ​ສານ ຍື່ນ​ສະ​ເໜີຕໍ່ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIII ຂອງ​ພັກ - ảnh 1ການຊັກຖາມໃນວັນທີ 9 ພະຈິກ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຈະກ່າວຄຳເຫັນເພື່ອເຮັດໃຫ້ແຈ້ງ ບາງບັນຫາທີ່ກ່ຽວຂ້ອງຂຶ້ນກັບຄວາມຮັບຜິດຊອບຂອງ ລັດຖະບານ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດໂດຍກົງ ວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ ຖ່າຍທອດສົດທາງວິທະຍາສາດກະຈາຍສຽງ ແລະ ໂທລະພາບເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕິດຕາມ.

ທີ່ວາລະປະຊຸມໃນຕອນບ່າຍວັນທີ 10 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກລວມມີ: ຮ່າງບົດລາຍງານການເມືອງ, ຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030…

ຕອບກັບ

ຂ່າວ/ບົດ​ອື່ນ