ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບບັນດາ ຮ່າງກົດໝາຍ
(ພາບປະກອບ)
(vovworld) – ວັນທີ 03/06, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັນຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ). ກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ), ບັນດາສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຄື: ຕຳແໜ່ງເລຂາສະພາແຫ່ງຊາດ, ບັນຫາສະມາຊິກສະພາແຫ່ງຊາດສະເພາະກິດ, ກົນໄກເຮັດວຽກ, ເງື່ອນໄຂຮັບປະກັນໃຫ້ແກ່ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ, ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ. ທ່ານນາງ ບຸຍທິອານ, ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ ຍົກຄຳເຫັນວ່າ.
“ກົດໝາຍຕ້ອງຖືສະມາຊິກສະພາແຫ່ງຊາດເປັນສູນກາງ ແລະ ຕ້ອງເຮັດແນວໃດໃຫ້ຖືກເປັນສູນກາງ ແລະ ເປັນຜູ້ຕາງໜ້າຂອງປະຊາຊົນຢ່າງແທ້ຈິງ, ຂ້າພະເຈົ້າສະເໜີ ຄວນເອົາໃຈໃສ່ແຕ່ຂອດແນະນຳຜູ້ແທນ, ປຶກສາດ້ານການເມືອງ, ປະຊາຊົນເລືອກຕັ້ງ. ທີ 2 ແມ່ນ, ອັດຕາສະມາຊິກສະພາແຫ່ງຊາດ ສະເພາະກິດ 35 % ແມ່ນພໍດີ ຍ້ອນວ່າຕ້ອງການມີສະມາຊິກສະພາແຫ່ງຊາດຂະແໜງອື່ນໆ. ບັນຫາແມ່ນເຮັດແນວໃດຄັດເລືອກຜູ້ປະຕິວັດວຽກງານສະເພາະກິດເປັນຢ່າງດີ. ກ່ຽວກັບດ້ານຄຸນນະພາບສ້າງກົດໝາຍຍັງບໍ່ທັນສູງ, ລັກສະນະເປັນໄປໄດ້ຍັງຕໍ່າຢູ່, ຂ້າພະເຈົ້າສະເໜີເພີ່ມພາກສ່ວນສ້າງກົດໝາຍ ຫາກບໍ່ຂຶ້ນກັບອົງການສະເໜີກົດໝາຍ”.
ກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ), ບັນດາຄຳເຫັນສຸມໃສ່ເຮັດແຈ້ງຂອບເຂດ ແລະ ສິດພິພາກສາບັນດາຄະດີບໍລິຫານຂອງສານປະຊາຊົນ ກໍ່ຄືການເຂົ້າຮ່ວມຂອງໄອຍະການປະຊາຊົນໃນການດຳເນີນຄະດີບໍລິຫານ, ອຳນາດຂອງສານປະຊາຊົນຂັ້ນເມືອງ ກໍ່ຄືສິດແກ້ໄຂການຮ້ອງຟ້ອງສຳລັບການຕັດສິນດ້ານບໍລິຫານ, ການກະທຳບໍລິຫານຂອງຂັ້ນລັດຖະມົນຕີ ຫຼື ທຽບເທົ່າ.