(ມີຮ່າງກົດໝາຍ 7 ສະບັບ ຄາດວ່າຈະໄດ້ຮັບການຮັບຮອງເອົາ)
(vovworld) – ຕອນເຊົ້າວັນທີ 16/06, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ). ທ່ານຮອງປະທານສະພາແຫ່ງຊາດ ອວງຈູເລຶວ ໄດ້ຊີ້ນຳວາລະປະຊຸມ. ຈຸດໃໝ່ຂອງຮ່າງກົດໝາຍສະບັບນີ້ ແມ່ນກຳນົດຕຳແໜ່ງເລຂາທິການໃຫ່ຍສະພາແຫ່ງຊາດ ແທນໃຫ້ຄະນະເລຂາໃນສະໄໝປະຊຸມປະຈຸບັນ. ທ່ານຫງວນວັນຕວຽດ, ສສຊ ແຂວງບ່າເຣັ້ຍ-ວຸ້ງເຕົ່າ ປະກອບຄຳເຫັນວ່າ:
“ກ່ຽວກັບຈຳນວນ ສສຊ ທີ່ລະບຸໄວ້ໃນມາດຕາທີ 41 ແມ່ນຈຳນວນ ສສຊ ທັງໝົດບໍ່ເກີນ 500 ຄົນ, ຂ້າພະເຈົ້າເຫັນວ່າເໝາະສົມ, ສ່ວນ ສສຊ ສະເພາະກິດຕາມຮ່າງກົດໝາຍກຳນົດຢ່າງໜ້ອຍສຸດແມ່ນ 35% ແມ່ນຍັງໜ້ອຍຢູ່. ຂ້າພະເຈົ້າສະເໜີຍົກຂຶ້ນເປັນ 45% ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນໃໝ່, ຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ“.
ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາສູງບັນດາເນື້ອໃນປັບປຸງຂອງຮ່າງກົດໝາຍ, ຫັນບັນດາເນື້ອໃນໃຫ້ສອດຄ່ອງກັບລັດຖະທຳມະນູນໃໝ່ເປັນລະອຽດ. ແຕ່ວ່າ, ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ສະພາຊົນເຜົ່າ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດມີບົດບາດຕັດສິນຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ. ສະນັ້ນ, ບັນດາອົງການດັ່ງກ່າວຕ້ອງໄດ້ຮັບການເພີ່ມທະວີເພື່ອຫັນການເຄື່ອນໄຫວກວດກາບັນດາຮ່າງກົດໝາຍເປັນວິຊາການ. ມີຄຳເຫັນສະເໜີໃຫ້ກຳນົດທີ່ຕັ້ງຖານະດ້ານກົດໝາຍສຳລັບຄະນະສະມາຊິກສະພາແຫ່ງຊາດ ເພື່ອຍົກສູງບົດບາດ, ສິດຂອງຄະນະສະມາຊິກສະພາແຫ່ງຊາດ, ພ້ອມທັງມີກົນໄກໜູນຊ່ວຍເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດສຳເລັດໜ້າທີ່ຂອງຕົນ.
ໃນຕອນບ່າຍຂອງວັນດຽວກັນ, ສສຊ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການເຂົ້າອອກເມືອງ, ຂ້າມແດນ, ການຢູ່ອາໄສຂອງຊາວຕ່າງປະເທດຢູ່ຫວຽດນາມ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການປະກັນໄພ (ສະບັບປັບປຸງ).
ໃນອາທິດເຮັດວຽກທີ 5 ນີ້, ສະພາແຫ່ງຊາດ ສະຫງວນເວລາໃຫ້ແກ່ການເຄື່ອນໄຫວສ້າງກົດໝາຍ. ມີຮ່າງກົດໝາຍ 7 ສະບັບ ຄາດວ່າຈະໄດ້ຮັບການຮັບຮອງເອົາ. ນັ້ນແມ່ນບັນດາຮ່າງກົດໝາຍຄື: ການເຂົ້າ, ອອກເມືອງ, ຂ້າມແດນ ແລະ ພັກອາໄສສຳລັບຊາວຕ່າງປະເທດຢູ່ຫວຽດນາມ; ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຄົມມະນາຄົມທາງນ້ຳພາຍໃນປະເທດ; ກົດໝາຍວ່າດ້ວຍການລົງທຶນພາກລັດ; ກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ); ກົດໝາຍວ່າດ້ານການລົ້ມລະລາຍ (ສະບັບປັບປຸງ); ກົດໝາຍວ່າດ້ານການສົມລົດ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ).