(ພາບປະກອບ)
(vovworld) - ວັນທີ 30/04, ດ້ວຍບັດເຫັນດີ 29 ບັດ ແລະ ບັດຄ້ານ 27 ບັດ, ສາພາແຫ່ງຊາດສ.ເຊັກ ໄດ້ຮັບຮອງເອົາຂໍ້ຕົກລົງກ່ຽວກັບບ້ວງເງິນກູ້ຊ່ວຍທີ່ມີມູນຄ່າ 10 ຕື້ ເອີໂລ (13,1 ຕື້ USD) ທີ່ບັນລຸໄດ້ກັບສະຫະພາບເອີລົບ (EU), ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານສູນກາງເອີລົບ (ECB). ລັດຖະບານເຊັກ ເຄີຍກ່າວເຕື່ອນວ່າ ຖ້າຫາກບ້ອງເງິນກູ້ຊ່ວຍນີ້ບໍ່ໄດ້ຮັບຮອງເອົາ, ພື້ນຖານເສດຖະກິດຂອງປະເທດນີ້ຈະຕົກຢູ່ໃນສະພາບອັນຕະລາຍ. ຄາດວ່າ, ສ, ເຊັກ ຈະໄດ້ປ່ອຍບ້ວງເງິນທຳອິດໃນ້ເດືອນ 5 ນີ້. ໃນຂະນະທີ່ສະພາແຫ່ງຊາດພວມປຶກສາຫາລືແຜນການດັ່ງກ່າວ, ມີຜູ້ແຫ່ຂະບວນປະທ້ວງປະມານ 400 ຄົນ ໄດ້ປະທ້ວງຢູ່ນອກເພື່ອຄັດຄ້ານບ້ວງເງິນກູ້ຊ່ວຍຍ້ອນຖືກປະຕິບັດຕາມບັນດາເງື່ອນໄຂທີ່ເຄັ່ງຄັດ, ສ.ເຊັກ ຕ້ອງຮັດແຄບຂອບຂະໜາດຂອງຂະແໜງທະນາຄານ, ເພີ່ມພາສີ ແລະ ຫຼຸດຜ່ອນລາຍຈາຍຂອງລັດໂດຍໄວ.
ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງເຊັກ - EU, IMF ແລະ ECB ເພື່ອວາງອອກໂຄງການປະຕິຮູບດ້ານເສດຖະກິດໃຫ້ແກ່ສ.ເຊັກ ດ້ວຍຂອບຂະໜາດການເງິນຂຶ້ນເຖິງ 23 ຕື້ ເອີໂລ, ໃນນັ້ນມີ 10 ຕື້ເອີໂລ ໂດຍ EU, IMF ແລະ ECB ສະໜອງ, ສ່ວນຍັງເຫຼືອ ສ.ເຊັກ ຮັບປະກັນດ້ວຍການສ້າງໂຄງບັນດາທະນາຄານໃຫຍ່ຄືນໃໝ່, ຫຼຸດຜ່ອນຈຳນວນເງິນຝາກບໍ່ຄ້ຳປະກັນ, ຫຼຸດຜ່ອນລາຍຈ່າຍຂອງລັດ, ເພີ່ມພາສີ...