ສະພາແຫ່ງຊາດຫວຽດ ນາມ -ລາວຊຸກຍູ້ການ ຮ່ວມມືຮອບດ້ານ ວັນອາທິດ ທີ 28 ກໍລະກົດ ຄ.ສ. 2013 | 16:56:06 ທ່ານອວງຈູລຶວ ຢ້ຽມຢາມສະຖານທູດຫວຽດນາມປະຈຳລາວ (ພາບ: vov.vn) (vovworld)- ວັນທີ 27/7, ຢູ່ນະຄອນຫຼວງວຽງຈັນ, ສະພາແຫ່ງຊາດຫວຽດນາມ ແລະ ລາວ ໄດ້ຈັດກອງປະຊຸມສຳມະນາ ”ແລກປ່ຽນບົດຮຽນກ່ຽວກັບບັນດາມາດຕະການປະຕິບັດນະໂຍບາຍເສດຖະກິດມະຫາພາກ, ການເງິນເງິນຕາທະນາຄານ”. ນະທີ່ນີ້, ບັນດາຜູ້ແທນໄດ້ສຸມໃສ່ 3 ບັນຫາໃຫ່ຍຄື: ທ່າອ່ຽງພັດທະນາເສດຖະກິດ ແລະ ນະໂຍບາຍການລົງທຶນຂອງສອງປະເທດ; ວຽກງານເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນ 2015 ແລະ ບັນຫາຄຸ້ມຄອງເງິນຕາ. ບັນດາບົດຮຽນຈາກກອງປະຊຸມສຳມະນາ ໄດ້ຊ່ວຍໃຫ້ສອງຝ່າຍມີການສັງເກດສັງລວມ ແລະ ມີບົດຮຽນຕົວຈິງໃນການບໍລິຫານພື້ນຖານເສດຖະກິດຂອງປະເທດຊາດ, ພັດທະນາເສດຖະກິດ, ຮັກສາສັງຄົມເປັນປົກກະຕິ ເພື່ອຄວາມຜາສຸກຂອງ ປຊຊ. ທ່ານຮອງປະທານສະພາແຫ່ງຊາດລາວ ໄຊສົມພອນ ຢືນຢັນວ່າ: ກອງປະຊຸມສຳມະນາ ບໍ່ພຽງແຕ່ຊ່ວຍສອງປະເທດເພີ່ມທະວີການຮ່ວມມືລົງທຶນເທົ່ານັ້ນ ຫາກຍັງຊ່ວຍສະພາແຫ່ງຊາດລາວກະກຽມບັນດາເອກະສານກົດໝາຍ, ກະກຽມເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ 2015 …ສ່ວນທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ເນັ້ນຫນັກວ່າ: ກອງປະຊຸມສຳມະນາຄັ້ງນີ້ຈະສ້າງບາດກ້າວບຸກທະລຸຢ່າງແຮງ, ຍົກການພົວພັນດ້ານເສດຖະກິດລະຫວ່າງສອງປະເທດໃຫ້ສົມກັບການພົວພັນດ້ານການເມືອງເທື່ອລະກ້າວ, ນຳການພົວພັນຮ່ວມມືລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່ທີ່ມີລັກສະນະເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດ. ໃນໂອກາດນີ້, ຕອນເຊົ້າວັນທີ28/7, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ໄດ້ໄປຢ້ຽມຢາມສະຖານທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳລາວ. ກ່າວຄຳເຫັນນະທີ່ນີ້, ທ່ານອວງຈູລຶວ ປາດຖະໜາວ່າ: ສະຖານທູດຫວຽດນາມ ກໍ່ຄືບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳລາວ ຈະມີການເຄື່ອນໄຫວລະອຽດ, ປະກອບສ່ວນເຮັດໃຫ້ສາຍພົວພັນຫວຽດນາມ-ລາວເລິກເຊິ່ງ ແລະ ມີປະສິດທິຜົນກ່ວາອີກ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ຍັງມີການເຮັດວຽກກັບທະນາຄານຮ່ວມທຸລະກິດຫວຽດນາມ-ລາວ (Lao-VietBank) ອີກດ້ວຍ. Tag ອວງຈູລຶວ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ