ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XIV ຈັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອສຸດ​ທ້າຍ

(VOVWORLD) -ຄາດວ່າ ເວລາເຮັດວຽກຂອງ ກອງປະຊຸມສະໄໝສາມັນເທື່ອສຸດທ້າຍຂອງ ສະພາແຫ່ງຊາດ ຊຸດທີ XIV ແມ່ນ 12 ວັນ, ເຊິ່ງຈະໄຂຂຶ້ນໃນວັນທີ 24 ມີນາ ແລະ ອັດລົງໃນວັນທີ 8 ເມສາ.
ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XIV ຈັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອສຸດ​ທ້າຍ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV (ພາບ: vtc.vn)

ໃນກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV  ຈະດຳເນີນການບູລະນະຫຼາຍຕຳແໜ່ງຂອງລັດໃຫ້ສົມບູນ, ໃນນັ້ນ ມີການເລືອກຕັ້ງປະທານປະເທດ, ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ. ຄາດວ່າ ເວລາເຮັດວຽກຂອງ ກອງປະຊຸມສະໄໝສາມັນເທື່ອສຸດທ້າຍຂອງ ສະພາແຫ່ງຊາດ ຊຸດທີ XIV ແມ່ນ 12 ວັນ, ເຊິ່ງຈະໄຂຂຶ້ນໃນວັນທີ 24 ມີນາ ແລະ ອັດລົງໃນວັນທີ 8 ເມສາ.

        ໃນນັ້ນ, ເວລາສ່ວນຫຼາຍໃນກອງປະຊຸມຄັ້ງນີ້ ແມ່ນປະຕິບັດວຽກງານບຸກຄະລາກອນ. ສະພາແຫ່ງຊາດ ຈະປະກອບຄຳເຫັນຕໍ່ບົດລາຍງານວຽກງານອາຍຸການຊຸດທີ XIV ຂອງ ສະພາແຫ່ງຊາດ; ອາຍຸການ 2016 – 2021 ຂອງ ປະທານປະເທດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ. ໄປຄຽງຄູ່ກັນນັ້ນ ແມ່ນພິຈາລະນະຮັບຮອງເອົາມະຕິກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV.


 ອ

ຕອບກັບ

ຂ່າວ/ບົດ​ອື່ນ