ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ

(VOVWORLD) -ຕອນບ່າຍວັນທີ 14ກຸມພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບສະພາທຸລະກິດສະຫະພາບເອີລົບ (ອີຢູ) - ອາຊຽນ
ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ - ảnh 1ທ່ານປະທານເວືອງດິ່ງເຫ້ວ ແລກປ່ຽນຄຳເຫັນກັບບັນດາຜູ້ແທນ

     ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ. ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງທຸກກອບກົດໝາຍທີ່ອຳນວຍສະດວກໃຫ້ແກ່ການລົງທຶນ, ການຜະລິດ ແລະ ດຳເນີນທຸລະກິດຂອງປະຊາຊົນ ແລະ ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ.

     ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາປະເທດຈະຮ່ວມກັນແບ່ງປັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນກິດຈະການຫັນເປັນດີຈີຕອນ ແລະ ໃຫ້ຮູ້ວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຊຶ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະປຶກສາຫາລືກ່ຽວກັບເນື້ອໃນນີ້. ກ່ຽວກັບການຫັນປ່ຽນດ້ານພະລັງງານໂດຍຍຸຕິທຳ, ທ່ານປະທານສະພາແຫ່ງຊາດ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືກ່ຽວກັບການລະດົມແຫຼ່ງກຳລັງການເງິນສີຂຽວ, ກໍຄືການດຸ່ນດ່ຽງລະຫວ່າງບັນດາຜົນປະໂຫຍດ ແລະ ຄ່າໃຊ້ຈາຍໃນໄລຍະຫັນປ່ຽນ. ສະເໜີໃຫ້ສະພາຕັ້ງໜ້າຂົນຂວາຍເພື່ອໃຫ້ສະຫະພາບເອີລົບໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນສະຫະພາບເອີລົບ -ຫວຽດນາມ ໂດຍໄວ, ຍົກເລີກບັດເຫຼືອງກ່ຽວກັບສິນໃນນ້ຳຫວຽດນາມໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ