ທ່ານຫງວຽນທິກີມເງິນ ໃຫ້ການຕ້ອນຮັບ ແລະ
ເຈລະຈາກັບທ່ານນາງ V.I Matviyenko
(vovworld) - ຕອນເຊົ້າວັນທີ 21/02 ຢູ່ີຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໃຫ້ການຕ້ອນຮັບ ແລະ ເຈລະຈາກັບທ່ານນາງປະທານສະພາສູງສະຫະພັນ ລັດເຊຍ V.I Matviyenko ເນື່ອງໃນໂອກາດທ່ານນາງຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນໃຫ້ບຸລິມະສິດ, ປັບປຸງການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ. ພ້ອມທັງປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ, ລະຫວ່າງບັນດາທ້ອງຖິ່ນ 2 ປະເທດຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານນາງປະທານສະພາສູງສະຫະພັນ ລັດເຊຍ V.I Matviyenko ຢືນຢັນວ່າ: ສະຫະພັນ ລັດເຊຍ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ອົງການລັດຖະສະພາ 2 ປະເທດກ່ວາອີກ ແລະ ສົມທົບກັນດຳເນີນງານລະຫວ່າງອົງການລັດຖະສະພາ 2 ປະເທດຢູ່ເວທີປາໄສລັດຖະສະພາສາກົນ, ໃນນັ້ນມີເວທີປາໄສ ສະຫະພັນລັດຖະສະພາສາກົນ (IPU) ກໍ່ຄືບັນດາເວທີປາໄສອື່ນໆ.
ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃຫ້ຮູ້ວ່າ: ການພົວພັນຮ່ວມມື 2 ປະເທດ ຍັງມີຫລາຍຄວາມສາມາດບົ່ມຊ້ອນເພື່ອພັດທະນາ ພິເສດແມ່ນແຕ່ລະປະເທດມີບັນດາທ່າແຮງເພີ່ມເຕີ່ມໃຫ້ກັນ ແລະ ສະພາແຫ່ງຊາດ 2 ປະເທດເສີມຂະຫຍາຍບົດບາດ ເພື່ອເຮັດໃຫ້ການພົວພັນ 2 ປະເທດເລິກເຊິ່ງກ່ວາອີກ. ກ່ຽວກັບການດຳນົດທິດໃນການເຄື່ອນໄຫວຂອງ 2 ສະພາແຫ່ງຊາດໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ:
“ພວກຂ້າພະເຈົ້າເຫັນດີເປັນເອກະພາບນຳກັນວ່າ ບັນດາຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ, ບັນດາອົງການ ຂອງສະພາແຫ່ງຊາດຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຂອງ 2 ກຸ່ມມິດຕະພາບສະພາແຫ່ງຊາດ. 2 ຝ່າຍຈະເພີ່ມທະວີການສົມທົບກັນຕິດຕາມກວດກາ ແລະ ກະຕຸກຊຸກຍູ້ການປະຕິບັດບັນດາເອກະສານຮ່ວມມື ເຊິ່ງລັດຖະບານ 2 ປະເທດໄດ້ລົງນາມ. ສະໜັບສະໜູນລັດຖະບານ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ 2 ປະເທດເພີ່ມທະວີການພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃນທຸກຂົງເຂດ”.
ສ່ວນທ່ານນາງ V.I Matviyenko ປະທານສະພາສູງສະຫະພັນ ລັດເຊຍ ຢືນຢັນວ່າ:
“ພວກຂ້າພະເຈົ້າໄດ້ມອບໃຫ້ກຸ່ມສະມາຊິກລັດຖະສະພາມິດຕະພາບຊອກຫາວິທີ ເພື່ອຊອກຮູ້ສາຍເຫດ ກໍ່ຄືຊອກຫາວິທີແກ້ໄຂບັນດາເອກະສານທີ່ຍັງບໍ່ທັນປັບປຸງສຳເລັດ. ພ້ອມທັງຊອກຫາວິທີ ຊຸກຍູ້ການພົວພັນລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ, ເພາະວ່າພວກຂ້າພະເຈົ້າກໍ່ມີແຜນນະໂຍບາຍຊຸກຍູ້ບັນດາການພົວພັນດັ່ງກ່າວ.”
2 ຝ່າຍເຊື່ອໝັ້ນວ່າ ການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງອົງການນິຕິບັນຍັດ 2 ປະເທດນັບມື້ນັບພັດທະນາ, ປະກອບສ່ວນສຳຄັນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ນັບມື້ນັບແໜ້ນແຟ້ນກ່ວາອີກ.