ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
(ພາບ: ອິນເຕີແນດ)
(vovworld) - ຕອນບ່າຍວັນທີ 20/10, ພາຍໃຕ້ການເປັນເຈົ້າພາບຂອງທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ສະພາແຫ່ງຊາດໄດ້ປະຊຸມວາລະຄົບຄະນະຢູ່ຫໍປະຊຸມ, ຮັບຟັງໃບສະເໜີ ແລະ ບົດລາຍງານຈຳນວນໜຶ່ງຂອງສະມາຊິກລັດຖະບານ, ບົດລາຍງານຜົນແຫ່ງການກວດກາແຜນງົບປະມານແຫ່ງລັດ ແລະ ວິທີຈັດແບ່ງງົບປະມານສູນກາງປີ 2016, ບົດລາຍງານຕີລາຄາຜົນແຫ່ງການປະຕິບັດບັນດາໂຄງການຈຸດໝາຍແຫ່ງຊາດໄລຍະ 2011-2015, ສ້າງ, ສະເໜີແຜນນະໂຍບາຍລົງທຶນໃຫ້ໂຄງການຈຸດໝາຍແຫ່ງຊາດໄລຍະ 2016-2020 ແລະ ກໍ່ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດຮັບຟັງໃບສະເໜີ, ບົດລາຍງານກວດກາກ່ຽວກັບວິທີນຳໃຊ້ທະນາບັດລັດຖະບານທີ່ຍັງເຫຼືອຂອງບັນດາໂຄງການບຸລະນະ, ຍົກລະດັບທາງຫຼວງ 1A ແລະ ທາງ ໂຮ່ຈິມິນ, ຕອນຜ່ານເຂດໄຕງວຽນ, ຮັບຟັງບົດລາຍງານກວດກາກ່ຽວກັບເລື່ອງອະນຸຍາດໃຫ້ຈຳໜ່າຍທະນາບັດລັດຖະບານອອກຕະຫຼາດທຶນສາກົນ.