ສະພາແຫ່ງຊາດຮັບຟັງລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013

ສະພາແຫ່ງຊາດຮັບຟັງລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013 - ảnh 1
ພາບປະກອບ

(vovworld) - ​ໃນ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປີ 2013 ຕໍ່​ສະພາ​ແຫ່ງ​ຊາດ​​ໃນຕອນ​ເຊົ້າ​ວັນ​ທີ 22/10, ຫົວໜ້າ​ອົງການ​ກວດກາ​ລັດຖະບານ ທ່ານ ຮິ່ງຟອງ​ແຈງ ຊີ້​ແຈງ​ວ່າ: ​ໃນ​ປີ 2013, ອົງການ​ກວດກາ​ແຫ່ງ​ລັດ​ໄດ້​ພົບ​ເຫັນ 80 ກໍລະນີ, 90 ຄົນ​ມີ​ການ​ກະທຳ​ກ່ຽວຂ້ອງເຖິງ​ການ​ສໍ້​ລາດ​ບັງ​ຫຼວງ​ດ້ວຍ​ຈຳ​ນວນ​ເງິນ 117,5 ຕື້​ດົ່ງ, ​ເກັບ​ມາ​ໄດ້ 59 ຕື້​ດົ່ງ. ​ເຖິງ​ວ່າ​ມີ​ບາງ​ກໍລະນີ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ, ສັບ​ສົນ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ສັງຄົມ​ໄດ້​ຮັບ​ການ​ພິພາກສາ​ຢ່າງ​ທັນ​ການ​ແລ້ວ​ກໍ່ຕາມ, ​ແຕ່​ວຽກ​ງານຄົ້ນ​ພົບ​ ​ແລະ ​ແກ້​ໄຂ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​​ໃນ​ປີ 2013 ຍັງ​ຖືກ​ຈຳກັດຫຼາຍ​ຢ່າງ.

    ​ເມື່ອ​ກວດກາ​ບົດ​ລາຍງານ​ນີ້, ຫົວໜ້າກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ ທ່ານ ຫງວຽນ​ວັນ​ຮ້ຽນ ​ເນັ້ນ​ໜັກ​ວ່າ ປະສິດທິ​ຜົນ​​ແຫ່ງ​ການ​ເຄື່ອ​ນ​ໄຫວ​ຂ​ອງບັນດາ​ຫົວໜ່ວຍ​ສະ​ເພາະ​ກິດ​ກ່ຽວ​ກັບ​ການ​ຕ້ານ​ສໍ້​ລາດ​ບັງ​ຫຼວງ ຍັງ​ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ. ບາງ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຍັງ​ຜັນ​ຂະຫຍາຍ​ຢ່າງ​ຊັກ​ຊ້າ​ ຫຼື ບໍ່ບັນລຸ​ປະສິດທິ​ຜົນ​ສູງ.

    ​ເພື່ອ​ໃຫ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​​ມີ​ປະສິດທິ​ຜົນ​ກ່ວາອີກ, ທ່ານ ດິງຊວນ​ຖາວ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ, ຖື​ວ່າ:

    “ຂໍ້​ກຳນົດ​ຂອງ​ກົດໝາຍ​​ໃນ​ປະຈຸ​ບັນ​ແມ່ນ​ຄົບ​ຖ້ວນ ​ແລະ ​ແໜ້ນ​ແຟ້ນພໍ​ສົມຄວນ. ບັນຫາ​ວາງ​ອອກ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ. ຕົວຢ່າງ​ຄື​ວຽກ​ງານ​ແຈ້ງ​​ຊັບ​ສິນ​ໃນ​ບັນດາ​ອົງການ ບັນດາ​ແຫຼ່ງລາຍ​ຮັບ - ລາຍ​ຈ່າຍຕ້ອງ​ເປີດ​ເຜີຍ​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ຕິດຕາມ​ກວດກາ. ກ່ຽວ​ກັບ​ລາຍ​ຮັບ​ສ່ວນ​ຕົວ, ກໍ່ມີ​ຂໍ້​ກຳນົດ​ຢ່າງ​ຈະ​ແຈ້ງ​ແລ້ວ​ແຕ່​ຕ້ອງ​ແຈ້ງ​ຊັບ​ສິນຄື​ແນວ​ໃດ, ຄວບ​ຄຸມ​ຄື​ແນວ​ໃດ.”

    ຫົວໜ້າ​ກຳມາ​ທິການກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຫງວຽນ​ວັນ​ຮ້ຽນ ສະ​ເໜີ​ວ່າ:

    “ສຸມ​ກຳລັງ​ໃນ​ການ​ປັບປຸງກົນ​ໄກ, ນະ​ໂຍບາຍ​ກົດໝາຍ​, ​ແກ້​ໄຂ​ຊ່ອງ​ວ່າງ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ, ສັງຄົມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ມີ​ຄວາມ​ສະດຸ​ງ​ໄວ ​ເກີດ​ການ​ສໍ້​ລາດ​ບັງ​ຫຼວງ, ສິ່ງ​ຫຍໍ້​ທໍ້​ງ່າຍ. ​ເພີ່ມ​ສິດ, ຄວາມ​ຮັບຜິດຊອບ​ ​ແລະ ລັກສະນະ​ເອກະລາດ​ຂອງ​ອົງການ​ກວດກາ, ກວດ​ສອບໃນ​ການ​ພົບ​ເຫັນ ​ແລະ ​ແກ້​ໄຂ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ. ລັດຖະບານ​ຄົ້ນຄ້ວາ​ຢ່າງ​ຮີບ​ດ່ວນ​ເພື່ອ​ປະກາດ​ໃຊ້ ຫຼື ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ປະກາດ​​ໃຊ້​ກົນ​ໄກ​ທີ່​ມີ​ປະສິດທິ​ຜົນ​ກ່ວາເພື່ອ​ຄວບຄຸມ​ຊັບ​ສົມບັດ, ລາຍ​ຮັບ ບໍ່​ພຽງ​ແຕ່​ສຳລັບຜູ້​ມີ​ຕຳ​ແໜ່​ງ​, ສິດ​ອຳ​ນາດເທົ່າ​ນັ້ນ ຫາກ​ສຳລັບ​ພະນັກງານ, ລັດຖະກອນທັງໝົດ​ຢ່າງ​ມີ​ປະສິດທິ​ຜົນອີກ​ດ້ວຍ”

   

ຂ່າວ/ບົດ​ອື່ນ