ສະພາແຫ່ງຊາດຮັບຟັງໃບສະເໜີແລະບົດລາຍງານກວດກາຮ່າງກົດໝາຍ ວ່າດ້ວຍການຂາຍຊັບສິນດ້ວຍຮູບການປະມູນ
(ສືບຕໍ່ວາລະດຳເນີນກອງປະຊຸມສະໄໝສາມັນ
ເທື່ອທີ 10 ສະພາແຫ່ງຊາດຊຸດທີ 13)
(vovworld) – ໂດຍສືບຕໍ່ວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ 13, ຕອນເຊົ້າວັນທີ 4/11 ສະພາແຫ່ງຊາດຮັບຟັງໃບສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍການຂາຍຊັບສິນດ້ວຍຮູບການປະມູນ ແລະ ປຶກສາຫາລືເນື້ອໃນບາງຢ່າງທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍສະຖິຕິ (ສະບັບປັບປຸງ).
ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ຮ່າງກົດໝາຍວ່າດ້ວຍການຂາຍ ຊັບສິນດ້ວຍຮູບການປະມູນ ເພື່ອແນໃສ່ສ້າງພື້ນຖານນິຕິກຳເປັນປົກກະຕິ, ແລະ ເປັນເອກະພາບໃຫ້ການເຄື່ອນໄຫວການຂາຍຊັບສິນດ້ວຍຮູບການປະມູນ, ສອດຄ່ອງກັບເອກະສານນິຕິກຳຫລາຍສະບັບທີ່ກ່ຽວຂ້ອງເຖິງການເຄື່ອນໄຫວການຂາຍ ຊັບສິນດ້ວຍຮູບການປະມູນ ຊຶ່ງໄດ້ ແລະ ພວມຮັບການປັບປຸງ, ເພີ່ມເຕີມ, ໃຫ້ສົມບູນແບບຄື ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການແກ້ໄຂການປະເມີດບໍລິຫານ, ປະມວນກົດໝາຍແພ່ງ (ສະບັບປັບປຸງ), ປະມວນກົດໝາຍດຳເນີນຄະດີແພ່ງ (ສະບັບປັບປຸງ), ກົດໝາຍວ່າດ້ວຍວິສາຫະກິດ…ເລື່ຶອງປະກາດໃຊ້ກົດໝາຍວ່າດ້ວຍການຂາຍຊັບສິນດ້ວຍຮູບການປະມູນ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງສຳລັບຂົງເຂດນີ້ ຕາມທິດຫັນເປັນອາຊີບ, ຫັນເປັນວຽກງານຂອງສັງຄົມ, ປະກອບສ່ວນສ້າງລະບອບລະບຽບການເສດຖະກິດການຕະຫລາດໃຫ້ສົມບູນແບບ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ.