ສະພາແຫ່ງຊາດຮັບຮອງເອົາບັນຊີລາຍຊື່ເພື່ອເລືອກຕັ້ງປະທານສະພາແຫ່ງຊາດ,ຮອງປະທານສະພາແຫ່ງຊາດ
(ພາບປະກອບ)
(vovworld) - ໃນວາລະເຮັດວຽກໃນຕອນບ່າຍວັນທີ 21/07, ທ່ານນາງປະທານສະພາແຫ່ງຊາດຊຸດທີ 13 ຫງວຽນທິກີມເງີນ ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ລາຍງານໝາກຜົນແຫ່ງການປຶກສາຫາລືໃນຄະນະ ແລະ ອະພິປາຍ, ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດກ່ຽວກັບການຄາດຄະເນບຸກຄະລາກອນເລືອກຕັ້ງປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດ. ຕໍ່ຈາກນັ້ນ ດ້ວຍຄວາມເຫັນດີເຫັນພ້ອມຈາກສະມາຊິກສະພາແຫ່ງຊາດສ່ວນຫລາຍ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາບັນຊີລາຍຊື່ ເພື່ອເລືອກຕັ້ງປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດດ້ວຍລະບົບການລົງມະຕິເອເລັກໂຕນິກ. ຕາມບັນຊີລາຍຊື່, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ແນະນຳ ແລະ ສະເໜີສະພາແຫ່ງຊາດພິຈາລະນາເລືອກຕັ້ງທ່ານນາງ ຫງວຽນທິກີມເງິນ ກຳມະການກົມການເມືອງ, ເລຂາທິການຄະນະພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດຊຸດທີ 13 ຮັບຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ 14. ກ່ຽວກັບບຸກຄະລາກອນໄດ້ຮັບການແນະນຳເລືອກຕັ້ງຮອງປະທານສະພາແຫ່ງຊາດຊຸດທີ 14 ລວມມີ: ທ່ານນາງ ຕ່ອງທິຟ໋ອງ ກຳມະການກົມການເມືອງ, ຮອງເລຂາທິການຄະນະພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດຊຸດທີ 13; ທ່ານ ອວງຈູລືວ ກຳມະການສູນກາງພັກ, ກຳມະການຄະນະພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດຊຸດທີ 13; ທ່ານ ຟຸ່ງກວກຫຽນ ກຳມະການສູນກາງພັກ, ກຳມະການຄະນະພັກສະພາແຫ່ງຊາດ ຮອງປະທານສະພາແຫ່ງຊາດຊຸດທີ 13; ທ່ານ ໂດບ໋າຕີ້ ກຳມະການສູນກາງພັກ, ກຳມະການຄະນະພັກສະພາແຫ່ງຊາດ ຮອງປະທານສະພາແຫ່ງຊາດຊຸດທີ 13.