ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ2016

ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ2016 - ảnh 1
(ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິ​ກ່ຽວ​
ກັບ​ແຜນ​​ງົບປະມານ​ແຫ່ງ​ລັດ​ປີ 2016)

(vovworld) – ​ ​ໃນ​ວາລະ​ປະຊຸມ ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 11/11, ດ້ວຍ​ຈຳ​ນວນ​ບັດ​ສະໜັບສະໜູນ​ເປັນ​ສ່ວນ​ຫລາຍ, ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ແຜນ​​ງົບປະມານ​ແຫ່ງ​ລັດ​ປີ 2016. ຕາມ​ນັ້ນ, ລະດັບ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ເກີນ​ດຸນ​ປີ 2016 ຈະ​​ເທົ່າກັບ 4,95% ມູນ​ຄ່າ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ GDP. ມະຕິ​ກໍ​ຊີ້​ແຈ້ງວ່າ: ມອບໝາຍ​ໃຫ້​ລັດຖະບານ​ໃນ​ປີ 2016 ປະຕິບັດ​ນະ​ໂຍບາຍປີ​ງົບປະມານ​ຢ່າງ​ຮັດ​ກຸມ, ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ສູງ​ກ່ວາປີ 2015. ພ້ອມ​ກັນ​ນັ້ນ ລັດຖະບານ ຄວນ​ເພີ່ມ​ທະວີ​ກົດລະບຽບ​ຂໍ້​ບັງ​ຄັບ​ດ້ານການ​ເງິນ​ງົບປະມານ, ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ຕາມ​ມະຕິ​ກ່ຽວ​ກັບ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2016 ​ແລ້ວ ​ແຕ່​ວັນ​ທີ 1/5/2016 ລະດັບ​ເງິນ​ເດືອນ​ພື້ນຖານ​ຂອງ​ພະນັກງານ, ລັດຖະກອນ, ກຳລັງ​ປະກອບ​ອາວຸດ​ຈະ​ເພີ່ມ​ຂຶ້ນ 1,2 ລ້ານ​ດົ່ງ/​ເດືອນ. ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ, ພິ​ເສດ​ແມ່ນ​​ຂະ​ແໜງ​ສ່ວຍ​ສາ​ອາກອນ​ໃນ​ການຮັບປະກັນ​ແຫຼ່ງ​ລາຍ​ຮັບ​​ເຂົ້າງົບປະມານ; ​ແບ່ງປັນ​ຄວາມ​ຫຍຸ້​ງຍາກ​ຂອງ​ລັດຖະບານ, ກະຊວງ​ການ​ເງິນ​ໃນ​ການ​ຮັບປະກັນ​ການ​ດຸ່​ນດ່ຽງ​ງົບປະມານ​ໃນ​ສະພາບ​ການ​ປະຈຸ​ບັນ.

        ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ຖື​ວ່າ: ບັນດາ​ເນື້ອ​ໃນ​ປັບປຸງ, ​ເພີ່ມ​ເຕີ​ມ​ທີ່ໄດ້​ສະ​ເໜີ​ໃນ​ປະມວນ​ກົດໝາຍ​ວ່າ​ດ້ວຍ​ການ​ເດີນ​ທະ​ເລ (ສະບັບ​ປັບປຸງ) ຄວນຕອບ​ສະໜອງ​​ຄວາມຮຽກຮ້ອງ​ຕ້ອງການພັດທະນາ​ຂະ​ແໜງການ​​ເດີນ​ທະ​ເລ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ການ​ພົວພັນ​ກັບ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຂອງ​ປະ​ເທດຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ທ່ານ ​ເຈີ​ນຢູລິ້ກ ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ​​ໂຮ່ຈີ​ມິນ ປະກອບ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີວ່າ ພວກ​ເຮົາ​ຖື​ການ​ເດີນ​ທະ​ເລ​ແມ່ນ​ຂົງ​ເຂດ​ເສດຖະກິດ​ທະ​ເລ​ສຳຄັນ​ທີ່​ສຸດ ​ແລະ ​ແມ່ນ​ອະນາຄົດ​ຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ ດ້ວຍ​ທີ່​ຕັ້ງ​ພູມ​ສາດ ​ແມ່ນດ້ານໜ້າ​ສຳຄັນຂອງ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ຂ້າພະ​ເຈົ້າ ຢາກ​ເນັ້ນ​ໜັກວ່າ:​ ​ໃນ​ນະ​ໂຍບາຍ ພວກ​ເຮົາ​ຕ້ອງ​ເຮັດ​ແຈ້ງ ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ເດີນ​ທະ​ເລ ​ເຮັດ​ແຈ້ງກ່ຽວ​ກັບ​ຂະ​ແໜງ​​ເສດຖະກິດ​ຕົ້ນຕໍ​ຂອງ​ເສດຖະກິດ​ທະ​ເລ, ​ເຫັນ​ດີ​ນຳ​ກັນ​ວ່າ: ສົ່ງ​ເສີມ​ການ​ລົງທຶນ​ພັດທະນາ ​ແຕ່​ວ່າ​ຕ້ອງ​ມີ​ການ​ປົກ​ປ້ອງ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ​ປີ 2013”

 

ຂ່າວ/ບົດ​ອື່ນ