ສະພາແຫ່ງຊາດເລີ່ມຈັດ ວາລະຊັກຖາມ ແລະ ຕອບຄຳຊັກຖາມ

ສະພາແຫ່ງຊາດເລີ່ມຈັດ ວາລະຊັກຖາມ ແລະ ຕອບຄຳຊັກຖາມ - ảnh 1

ທ່ານ Vu Huy Hoang ​​ຕອບ​ຄຳ​ຊັກ​ຖາມ

(ພາບ:tinmoi.vn

(VOV)- ​​ໃນ​ອາທິດເຮັ​ດວຽກ​ທີ 4 ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4, ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13, ໄດ້​ດຳ​ເນີນ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ແຕ່ວັນ​ທີ 12-14/11. ໃນ​ວັນ​ທີ 12/11, ສະມາຊິກ​ລັດຖະບານ 2 ທ່ານ ​ແມ່ນ​ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ Trinh Dinh Dung ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ Vu Huy Hoang ​ໄດ້​ຕອບ​ຄຳ​ຊັກ​ຖາມ. ການ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ໃຫ້​ຕະຫຼາດ​ອະສັງຫາລິມະ​ຊັບທີ່​ພວມ​ຢຸດ​ສະ​ງັກ​ໃນ​ປະຈຸ​ບັນ, ​ແມ່ນ​ບັນຫາ​ທີ່​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊັກ​ຖາມທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ Trinh Dinh Dung ຫຼາຍ​ກວ່າ​ໝູ່. ກ່ຽວ​ກັບ​ມາດ​ຕະການ​ອັນ​ຮີບ​ດ່ວນ​ໃນ​ຕໍ່ໜ້າ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ຕະຫຼາດ​ອະສັງຫາລິມະ​ຊັບ, ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ Trinh Dinh Dung, ​ໃຫ້​ຮູ້​ວ່າ:

        ”ຕ້ອງ​ກວດກາ​ຄືນ​ບັນດາ​ໂຄງການອະສັງຫາລິມະ​ຊັບທັງ​ໝົດ, ​ເພື່ອ​ແບ່ງປະ​ເພດ. ບັນດາ​ໂຄງການ​ໃດ​ພວມ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ້ອງ​ສືບ​ຕໍ່​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ຕາມ​ທິດ​ລວມສູນ ​ເພື່ອ​ພັດທະນາ​ເຮືອນ​ຢູ່​ສັງຄົມ, ບາງ​ເທື່ອ​ອີງ​ໃສ່​ແຕ່ລະ​ໂຄງການ, ​ແຕ່​ລະ​ຕົວ​ເມືອງ​ເພື່ອ​ອະນຸຍາດ​ໃຫ້​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ຊຳລະ​​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ສົ່ງ​ເສີມ​ການ​ຫັນ​ບັນດາ​ຜະລິດ​ຕະພັນອະສັງຫາລິມະ​ຊັບ​ການ​ຄ້າ​​​ໃຫ້ເປັນ​ເຮືອນ​ຢູ່​ສັງຄົມ, ດ້ານ​ອື່ນ​ສະ​ເໜີ​ທະນາຄານ​ສືບ​ຕໍ່​ໃຫ້​ຜູ້​ຊື້​ເຮືອນກູ້​ຢືມ​ເງິນ, ​ເປັນ​ຕົ້ນ​ແມ່ນ​ຜູ້​ຊື້​ເຮືອນ​ຢູ່​ສັງຄົມ”

ກ່ອນ​ໜ້າ​ນັ້ນ, ​ຕອນ​ເຊົ້າຂອງ​ວັນ​ທີ 12/11, ທ່ານ​ລັດຖ​ະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ Vu Huy Hoang ​​ເປັນ​ຜູ້​ທຳ​ອິດໄດ້​ຕອບ​ຄຳ​ຊັກ​ຖາມ. ສຳລັບ​ວັດ​ສະ​ດຸ​ກໍ່ສ້າງ​ຄ້າງ​ສາງ, ທ່ານ​ລັດຖ​ະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ Vu Huy Hoang ​ໃຫ້​ຮູ້​ວ່າ​ຈະ​ສົມທົບ​ກັບກະຊວງ​ການ​ເງິນ​ເພື່ອ​ບໍລິຫານ​ບັນດາ​ປະ​ເພດ​ສິນຄ້າ​ນຳ​ເຂົ້າຢ່າງ​ມີ​ໄຫວ​ພິບ, ຖື​ເປັນ​ສຳຄັນ​ບັນດາ​ມາດ​ຕະການ​ກະຕຸກ​ຊຸກຍູ້​ການ​ໃຊ້​ສອຍ​ພາຍ​​ໃນ​ປະ​ເທດ. ​ເພື່ອ​ສ້າງ​​ເຄື່ອງໝາຍ​ການ​ຄ້າ​ສົ່ງອອກ​ໃຫ້​ແກ່​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມ, ​ໃນ​ນັ້ນມີ​ເຂົ້າສານ, ທ່ານ​ລັດຖ​ະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ Vu Huy Hoang ​ໃຫ້​ຮູ້​ວ່າ:

   “ຢາກ​ມີ​ເຄື່ອງໝາຍ​ການ​ຄ້າສຳລັບບັນດາ​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງວາງ​ແຜນກຳນົດ​ການ​ຜະລິດ​ກະສິກຳ​ຄືນ​ໃໝ່. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ກະຊວງ​ອຸດສາຫະກຳ​ຈະ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນບັນດາ​ກະຊວງ, ຂະ​ແໜງ​ການ, ກ່ອນ​ອື່ນ​ໝົດ​ແມ່ນ​ກັບ​ກະ​ຊວ​ງກະສິກຳ​ ​ແລະ ພັດທະນາ​ຊົນນະບົດ ​ໃນ​ບົດບາດ​ກຳນົດ​ທິດ ​ແລະ ​ແນະນຳ​ບັນດາ​ວິ​ສາ​ຫະກິດ​ເຂົ້າຮ່ວມ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມ. ​ເພີ່ມ​ທະວີ​ການ​ເຈລະຈາ, ​ເຊັນ​ສັນຍາ​ສົ່ງ​ອອກ​ເຂົ້າສານ​ກັບປະ​ເທດ​ຕ່າງ​ໆ ແລະ ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ແນະນຳ​ຜະລິດ​ຕະພັນ, ຈັດງານ​ຕະຫຼາດນັດ​ແນະນຳຜະລິດ​ຕະພັນ​ກະ​ເສດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ

   ​ແລະ ກໍ່​ໃນ​ວາລະ​ເຮັດ​ວຽກ​​ໃນຕອນ​ເຊົ້າວັນ​ທີ 12/11, ຕາງໜ້າ​ໃຫ້​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ສະ​ເໜີບົດ​ລາຍ​ງານ​ສັງ​ລວມຂອງ​ລັດຖະບານ​ໃນ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ​ແລະ ທີ 3 ສະພາ​​ແຫ່ງ​ຊາດ​ຫວຽດນາມ ຊຸ​ດທີ 13.
ຂ່າວ/ບົດ​ອື່ນ