ທ່ານ ຫງວຽນຮ່ວາບີ່ງ ໄດ້ຮັບເລືອກຕັ້ງເປັນປະທານສານປະຊາຊົນສູງສຸດ
(ພາບ: TTXVN)
(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 11 ຂອງສະພາແຫ່ງຊາດ, ຕອນເຊົ້າວັນທີ 8/4, ສະພາແຫ່ງຊາດໄດ້ດຳເນີນການເລືອກຕັ້ງຮອງປະທານປະເທດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ດ້ວຍຈຳນວນບັດສະໜັບສະໜູນຂອງສະມາຊິກສະພາແຫ່ງຊາດແມ່ນ 91,09 %, ທ່ານນາງ ດັ້ງທິງອກທິ້ງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 13 ໄດ້ຮັບເລືອກຕັ້ງເປັນຮອງປະທານປະເທດ ສສ ຫວຽດນາມ. ທ່ານນາງ ດັ້ງທິງອກທິ້ງ, ເກີດວັນທີ 25/12/21959, ເຄີຍດຳລົງຕຳແໜ່ງ້ເປັນຮອງປະທານຜູ້ປະຈຳການສະຫະພັນແມ່ຍິງ ຫວຽດນາມ, ເລຂາຄະນະພັກແຂວງ ຫວີງລອງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ກຳມະການສູນກາງພັກຊຸດທີ 11, ຊຸດທີ 12, ສສຊ ຊຸດທີ 11, 13.
ດ້ວຍຈຳນວນບັດສະໜັບສະໜູນຂອງ ສສຊ ແມ່ນ 95,5%, ທ່ານ ຫງວຽນຮ່ວາບີ່ງ, ເລຂາສູນກາງພັກຊຸດທີ 12, ສສຊ ຊຸດທີ 13 ໄດ້ຮັບເລືອກຕັ້ງເປັນປະທານສານປະຊາຊົນສູງສຸດ. ທ່ານ ຫງວຽນຮ່ວາບີ່ງ ເກີດວັນທີ 24/5/1958, ເຄີຍເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ກຳມະການສູນກາງພັກຊຸດທີ 11, 12, ເລຂາສູນກາງພັກຊຸດທີ 12, ສສຊ ຊຸດທີ 13.
ດ້ວຍຈຳນວນບັດສະໜັບສະໜູນຂອງ ສສຊ ແມ່ນ 63, 97%, ທ່ານ ເລມິງຈີ໋, ຮອງຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ໄດ້ຮັບການເລືອກຕັ້ງເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ທ່ານ ເລມິງຈີ໋ ເກີດວັນທີ 1/11/1960, ເຄີຍເປັນຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ຮອງຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ກຳມະການສູນກາງພັກຊຸດທີ 12.