ສະພາແຫ່ງຊາດໃຫ້ສັດຕະຍາບັນພົ້ນຕຳແໜ່ງບຸກຄະລາກອນສະພາເລືອກຕັ້ງແຫ່ງຊາດແລະສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ

ສະພາແຫ່ງຊາດໃຫ້ສັດຕະຍາບັນພົ້ນຕຳແໜ່ງບຸກຄະລາກອນສະພາເລືອກຕັ້ງແຫ່ງຊາດແລະສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ - ảnh 1
ສະພາແຫ່ງຊາດໃຫ້ສັດຕະຍາບັນພົ້ນຕຳແໜ່ງບຸກຄະລາກອນ
ສະພາເລືອກຕັ້ງແຫ່ງຊາດແລະສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ
(ພາບ: TTXVN)


(vovworld) - ຕອນ​ເຊົ້າ​ວັ​ນ​ທີ 11/04, ດ້ວຍ​ບັດ​​​ສະ​ໜັບ​ສະ​ໜູນ​ສ່ວນ​ຫຼາຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​​ໃຫ້​ສັດ​ຕະ​ຍາ​ບັ​ນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ກ່ຽວ​ກັບ​ເລື່ອງ​ພົ້ນ​ຕຳ​ແໜ່ງ​ຮອງ​ປະ​ທານ ແລະ ກຳ​​ມະການ​ສະ​ພາ​ເລືອ​ກ​ຕັ້ງ​ແຫ່ງ​ຊາດ​ບາງ​ທ່ານ ແລະ ຮັບ​ຮອງ​ເ​ອົາ​ມະ​ຕິ​ໃຫ້​ສັດ​ຕະ​ຍາ​ບັນ​ນີ້. ຕາມນັ້ນ​ແລ້ວ, ​ຈະພົ້ນ​ຕຳ​ແໜ່ງ​ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ສຳ​ລັບ​ທ່ານ ຫງວຽນ​ຊວ​ນ​ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແລະ ທ່ານ​ນາງ ຫງວຽນ​ທິຢ​ວານ​, ອະ​ດີດ​ຮອງ​ປະ​ທານ​ປະ​ເທດ. ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ ແລະ ຮັບ​ຮອງ​ເອົ​າ​ມະ​ຕິ​ໃຫ້​ສັດ​ຕະ​ຍາ​ບັນ​​ຂໍ້ສະ​ເໜີ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດາຍກວາງ ກ່ຽວ​ກັບ​ເລື່ອງ​ພົ້ນ​ຕຳ​ແໜ່ງ​ຮ​ອງ​ປະ​ທານ​ປະ​ເທດ ແລະ ກຳ​ມະ​ການ​ສະ​ພາ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ຕາມນັ້ນ​ແລ້ວ, ສະ​ພາ​ແຫ່ງ​ຊາດ​​ເຫັນ​ດີ​ໃຫ້​ພົ້ນ​ຕຳ​ແໜ່ງ​ຮອງ​ປະ​ທານ​ສະ​ພາ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ສຳ​ລັບ​ທ່ານ ຫງວຽນ​ເຕີນ​ຢຸງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ; ໃຫ້​ສັດ​ຕະ​ຍາ​ບັນ​ພົ້ນ​ຕຳ​ແໜ່ງ​ກຳ​ມະ​ການ​ສະ​ພາ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ສຳ​ລັບ​ທ່ານ ຫງວຽນ​ຊິງ​ຮຸ່ງ, ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ທ່ານ ຟຸ່ງກວາງ​ແທງ, ອ​ະ​ດີດ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.

        ແລະ​ກໍ​ໃນ​ຕອ​ນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ຫງວຽນ​ທ​ິ​ກິມ​ເງິນ ໄດ້​ຍື່ນ​ສະ​ເໜ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ ບັນ​ຊີລາຍ​ຊື່​ຮອງ​ປະ​ທານ ແລະ ກຳ​​ມະ​ການ​ສະ​ພາ​ເລືອ​ກ​ຕັ້ງ​ແຫ່ງ​ຊາດ​ບາງ​ທ່ານ. ຮອງ​ປະ​ທານ​ສະ​ພາ​ເລື​ອກ​ຕັ້ງ​ແຫ່ງ​ຊາດ​ລວມ​ມີ: ທ່ານ ເຈືອງ​ຮ່​ວາ​ບິ່ງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ; ທ່ານ​ນາງ ດັ້ງ​ທິ​ງອກ​ທິ້ງ, ຮອງ​ປ​ະ​ທານ​ປະ​ເທດ.

ຂ່າວ/ບົດ​ອື່ນ