ຕອນເຊົ້າວັນທີ 22 ພິຈິກ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 2 ສະພາແຫ່ງຊາດຫວຽດນາມຊຸດທີ່ 13, ສະພາແຫ່ງຊາດໄດ້ເຮັກວຽກຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍແຮງງານສະບັບປັບປຸງ. ໃນນັ້ນ, ບັນຫາທີ່ບັນດາ ສສຊ ສົນໃຈແມ່ນເງິນເດືອນພື້ນຖານ, ເວລາເຮັດເພີ່ມ, ອາຍຸ້ອອກພັກກິນເບຍບຳນານ, ເວລາພັກຜ່ອນຂອງແມ່ຍິງກ່ອນ ແລະ ພາຍຫຼັງເກີດລູກ ແລະ ແກ້ໄຂຄວາມຂັດແຍ່ງໃນການອອກແຮງງານລວມໝູ່. ດ້ວຍທັດສະນະທີ່ວ່າ, ເງິນເດືອນແມ່ນບັນຫາຕົ້ນຕໍ່ໃນການພົວພັນແຮງງານ, ສສຊ ຫຼາຍທ່ານໄດ້ຖືວ່າ, ນີ້ແມ່ນເຫດຜົນຂອງ 90% ຂອງບັນດາການນັດຢຸດງານທີ່ເກີດຂື້ນໃນໄລຍະທີ່ຜ່ານມາ. ບົນພື້ນຖານນັ້ນ, ສສຊ ດັ້ງງອກຕຸງ ສະເໜີວິທີການຄິດໄລເງິນເດືອນໃໝ່ວ່າ.
“ ແຕ່ລະປີລັດຖະບານບໍ່ຄວນປະກາດໃຊ້ເງິນເດືອນພື້ນຖານເພາະວ່າມັນແມ່ນເຫດຜົນເຮັດໃຫ້ເພີ່ມລາຄາ. ເພາະສະນັ້ນຂ້າພະເຈົ້າະເໜີວ່າ, ເມື່ອເປັນເອກະພາບນຳກັນກ່ຽວກັບເງິນເດືອນພື້ນຖານຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຜູ້ອອກແຮງງານແລ້ວ, ເງິນຖືກຕົກລາຄາໃນລະດັບໃດ, ໃນທ້າຍປີກໍ່ນຳໃຊ້ຕາມລະດັບຕົກລາຄານັ້ນ, ດັ່ງນັ້ນລາຍຮັບຂອງຜູ້ອອກແຮງງານຈຶ່ງຕອບສະໜອງຕາມສະພາບຕົວຈິງ”
ກ່ຽວກັບເວລາພັກຜ່ອນຂອງແມ່ຍິງກອນ ແລະ ພາຍຫຼັງເກີດລູກ, ສສຊ ຫຼານທ່ານສະເໜີວ່າຄວນນຳໃຊ້ເວລາພັກແມ່ນ 6 ເດືອນໃຫ້ແກ່ຄົນງານຍິງ. ທ່ານນາງ ຫງວຽນທຸ໋ຮວານ ສສຊ ແຂວງ ໄທບິງ ຖືວ່າ.
“ ເພື່ອສຸຂະພາບຂອງຜູ້ເປັນແມ່, ເພື່ອການພັດທະນາຂອງເດັກນ້ອຍ, ພວກເຮົາຄວນເພີ່ມເວລາພັກໃຫ້ແກ່ແມ່ຍິງກ່ອນ ແລະ ພາຍຫຼັງເກີດລູກຂື້ນເປັນ 6 ເດືອນເພາະວ່າບັນຫາໂຮງລ້ຽງເດັກຍັງປະສົບກັບຄວາມຫຍຸ້ງຍາກ. ມີໂຮງລ້ຽງເດັກຮັບອາຍຸຕໍ່າກ່ວາ 6 ເດືອນແມ່ນໜ້ອຍທີສຸດ, ສຸຂະພາບຂອງຄົນງານຍິງຢັງອ່ອນແອ່. ຖ້າຫາກໄປເຮັດວຽກເລີຍຈະເຣັດໃຫ້ປະສິດທິຜົນການອອກແຮງງານບໍ່ສູງ. ນອກຈາກນັ້ນ, ກອງທຶນເດັກ ສປຊ ກໍ່ຮຽກຮ້ອງໃຫ້ລ້ຽງລູກດ້ວຍນົມແມ່ໃນ 6 ເດືອນທຳອິດ ”
ແລະຕອນບ່າຍວັນດຽວກັນ, ສະພາແຫ່ງຊາດກໍ່ຮັບຮອງເອົາມະຕິກ່ຽວກັບແຜນການນຳໃຊ້ທີ່ດິນໄລຍະ 2011 - 2015 ແລະ ແຜນການນຳໃຊ້ທີ່ດິນໄລຍະ 2011 - 2020, ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍກຳມະບານ ( ສະບັບປັບປຸງ ).