ສະມັດຊາລັດຖະສະພາເອີລົບແກ່ຍາວຄຳສັ່ງລົງໂທດຄະນະຜູ້ຕາງຫນ້າລັດເຊຍ

ສະມັດຊາລັດຖະສະພາເອີລົບແກ່ຍາວຄຳສັ່ງລົງໂທດຄະນະຜູ້ຕາງຫນ້າລັດເຊຍ - ảnh 1
ວາ​ລະ​ປະ​ຊຸມ​ຂອງPACE
ພາບ:baomoi.com


(vovworld)- ວັນ​ທີ 28/1, ​ສະ​​ມັດ​ຊາລັດ​ຖະ​ສະ​ພາ​ເອີ​ລົບ(PACE) ໄດ້​ແກ່​ຍາວ​ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ​ສິດ​ປ່ອນ​ບັດຂອງ​ບັນ​ດາ​ຜູ້​ຕາງ​ຫນ້າ​ລັດ​ເຊຍ ຢູ່​ສະ​ມັດ​ຊານີ້.

ດ້ວຍ​ບັດ​ເຫັນ​ດີ​ສ່ວນ​ຫລາຍ, ສະ​ມັດ​ຊາ​ລັດ​ຖະ​ສ​ະ​ພາ ເອີ​ລົບ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​​ເລື່ອງ ຜູ້​ຕ່າງ​ຫນ້າ​ລັດ​ເຊຍ 18 ຄົນ ຈະ​ບໍ່​ມ​ີ​ສິດ​ປ່ອນ​ບັດ​ນັບ​ແຕ່ນີ້​ຮອດ​ວັນ​ທີ 20/4/2015 ເຖິງວ່າ​ຍັງ​ຄົງ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ປະ​ຊຸມ​ຂອງ​ສະ​ມັດ​ຊາ. ຄັດ​ຄ້ານ​ຂໍ້​ຕົກ​ລົງ​ນີ້, ທ່ານ Alexcei Pushkov, ຫົ​ວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ລັດ​ເຊຍ ຢູ່ ​ສະ​ພາ​ເອີ​ລົບ ໃຫ້​ຮູ້​ວ່າ: ຈະ​ປະ​ຕິ​ເສດ​ການ​ເຂົ້າ​ຮ່ວມ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ.

ສາຍ​ເຫດ​ພາ​ໄປ​ເຖິງ​ມີ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ນັ້ນ​ແມ່ນ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ແລະ ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ເອີ​ລົບ ສະ​ເຫນີ​ລັດ​ເຊຍ ປ່ອຍ​ຕົວ​​ນາງ Nadeshda Savtshenko ຜູ້​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຢູ​ແກຼນ ພວມ​ຖື​ກ​ລັດ​ເຊຍ ກັກ​ຂັງ ແຕ່ບໍ່​ໄດ້​ຮັບ​ການ​ຕອບ​ສະ​ຫນອງ.

 

ຂ່າວ/ບົດ​ອື່ນ