ສະມັດຊາໃຫຍ່ສະຫະປະຊາຊາດກ່າວປະນາມອາເມລິກາ ຂວ້ຳບາດ ກູຍບາ

ສະມັດຊາໃຫຍ່ສະຫະປະຊາຊາດກ່າວປະນາມອາເມລິກາ ຂວ້ຳບາດ ກູຍບາ - ảnh 1
ພາບປະກອບ

(vovworld) - ວັນ​ທີ 29/10, 188/193 ປະ​ເທດສະມາຊິກ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ປ່ອນ​ບັດ​ຮັບຮອງ​​ເອົາ​ມະຕິ​ຂອງ​ສະມັດຊາ​ໃຫຍ່ ສປຊ ກ່າວ​ປະນາມ​ເລື່ອງ​ປິດ​ລ້ອມ​ຂວ້ຳ​ບາດ​ເຊິ່ງ ອາ​ເມ​ລິ​ກາ ​ໄດ້​ຈັດ​ວາງ​ເພື່ອ​ຕ້ານ ກູ​ຍບາ ​ໃນ​ຕະຫຼອດ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ. ນີ້​ແມ່ນ​ຄັ້ງ​ທີ 22 ຢ່າງ​ລຽນຕິດ, ສະມັດຊາ​ໃຫຍ່ ສປຊ ​ໄດ້​ຮັບຮອງ​ເອົາ​ມະ​ຕິ​ກ່າວ​ປະນາມ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ​ ວໍ​ຊິງ​ຕັນ ​ໂດ​ຍ​ເລັ່ງ​ໃສ່​ໝູ່​ເກາະ​ແຫ່ງ​ເສລີພາບ​ນີ້. ນີ້​ແມ່ນ​ພະຍານ​ຫຼັກ​ຖານ​ສະ​ແດງໃຫ້​ເຫັນ​ວ່າ​ນະ​ໂຍບາຍ​ປິດ​ລ້ອມ​ຂວ້ຳ​ບາດ​ຂອງ ວໍ​ຊິງ​ຕັນ ສຳລັບ La Habana ​ບໍ່​ໄດ້​ຮັບ​ຮູ້ຈາກ​ປະຊາ​ຄົມ​ໂລກ.

        ກໍ່​ທີ່​ເວທີ​ປາ​ໄສ ສປຊ, ບັນດາ​ປະ​ເທດ ​ເອີ​ລົບ, ອາຊີ, ອາ​ຟຣີກາ ​ແລະ ອາ​ເມ​ລິ​ກາ ລາຕີ​ງ ລ້ວນ​ແຕ່​ກ່າວ​ປະນາມ​ຢ່າງ​ເປີດ​ເຜີຍ​ນະ​ໂຍບາຍ​ຂອງ ວໍ​ຊິງ​ຕັນ. ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກູ​ຍບາ Bruno Rodriguez Parrila ​ໃຫ້​ຮູ້​ວ່າ: ນະ​ໂຍບາຍ​ຂວ້ຳ​ບາດ​ຂອງ ອາ​ເມ​ລິ​ກາ ​ໄດ້​ເຮັດ​ໃຫ້ ກູ​ຍບາ ​ເສຍ​ຫາຍ​ກ່ວາ 1.100 ຕື້ USD ​ແລະ ການ​ປິດ​ລ້ອມ​ຂອງ ອາ​ເມ​ລິ​ກາ ​ໄດ້​ເຮັດ​​ໃຫ​້ປະຊາຊົນ, ພິ​ເສດ​ແມ່ນ​ເດັກນ້ອຍ​ປະ​ເທດ​ນີ້ ບໍ່​ມີ​ຄວາມ​ສາມາດ​ສຳ​ພັດ​ກັບ​ຢຸກຢາ​ປິ່ນປົວ​ພະຍາດ​ໜັກ.

ຂ່າວ/ບົດ​ອື່ນ