ສະ​ມາ​ຄ​ົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ, ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່ ອິນ​ເດຍ

(VOVWORLD) -   ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ມອບເຄື່ອງຊ່ວຍຫາຍໃຈ 100 ເຄື່ອງ ແລະ ເຄື່ອງຜະລິດອົກຊີ 50 ເຄື່ອງ ທີ່ມີມູນຄ່າເກືອບ 14 ຕື້ດົ່ງ ໃຫ້ແກ່ສະຖານທູດ ອິນເດຍ ປະຈຳ ຫວຽດນາມ.
ສະ​ມາ​ຄ​ົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ, ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່ ອິນ​ເດຍ - ảnh 1ສະມາຄົມພຸດທະສາສະໜາ ຫວຽດນາມ  ມອບວັດຖູອຸປະກອນການແພດ ໃຫ້ແກ່ ອິນເດຍ (ພາບ: Vietnam+)

ຕອນເຊົ້າວັນທີ 12 ພຶດສະພາ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ມອບເຄື່ອງຊ່ວຍຫາຍໃຈ 100 ເຄື່ອງ ແລະ ເຄື່ອງຜະລິດອົກຊີ 50 ເຄື່ອງ ທີ່ມີມູນຄ່າເກືອບ 14 ຕື້ດົ່ງ ໃຫ້ແກ່ສະຖານທູດ ອິນເດຍ ປະຈຳ ຫວຽດນາມ. ຄາດວ່າ, ບັນດາວັດຖຸອຸປະກອນການແພດດັ່ງກ່າວ ຈະສົ່ງໄປຍັງສະພາກາແດງ ອິນເດຍ ຜ່ານທາງການບິນ ໃນວັນທີ 19 ພຶດສະພາຈະມາເຖິງ.

        ທີ່ການມອບ-ຮັບ, ພະອາຈານໃຫຍ່ ທິກດຶກທ້ຽນ, ຮອງປະທານ ທັງເປັນເລຂາທິການໃຫຍ່ ສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ກໍສະແດງຄວາມແບ່ງເບົາຕໍ່ບັນດາຄວາມຫຍຸ້ງຍາກ ແລະ ຄວາມມານະພະຍາຍາມຂອງລັດຖະບານ ກໍຄື ປະຊາຊົນ ອິນເດຍ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19; ພ້ອມທັງ, ຢັ້ງຢືນຄວາມສາຄີ, ໄມຕີຈິດມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ພຸດທະສາສະໜາ 2 ປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ