ສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ປະກອບສ່ວນເສີມຂະຫຍາຍກຳລັງແຮງມະຫາສາມັກຄີທັງຊາດ
ພາບປະກອບ
(vovworld) – ເນື່ອງໃນໂອກາດວັນບຸນວິສາຂະບູຊາ - ພສ 2557, ຕອນເຊົ້າວັນທີ 21/5, ທ່ານ ຫງວຽນລາມ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນພະມະຫາອາຈານ ທິກໂຝເຕ້ວ, ປະທານສະພາສົງສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ຫໍທຳມະ ວຽນມິງ, ເມືອງ ຟູ໋ຊວຽນ, ຮ່າໂນ້ຍ. ທ່ານຮອງປະທານ ຫງວຽນລາມ ໄດ້ສົ່ງຄຳອວຍພອນມາຍັງພະມະຫາອາຈານ, ຜູ້ນິຍົມຖາບັນດາສັກພ້ອມກັບພະສົງສາມະເນນ, ພຸດທະສາສະນິກກະຊົນ ຫວຽດນາມ ໄດ້ຕ້ອນຮັບວັນບຸນວິສາຂະບູຊາຢ່າງເບີດບານມ່ວນຊື່ນ, ມີນ້ຳໃຈສາສະໜາໃນກຸ່ມກ້ອນມາຫະສາມັກຄີທົ່ວປວງຊົນທັງຊາດ. ທ່ານປະທານ ຫງວຽນລາມ ເຊື່ອໝັ້ນວ່າ: ສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດແມ່ນສະມາຊິກຂອງແນວໂຮມປະເທດຊາດ ຫວຽດນາມ, ມີການເຄື່ອນໄຫວຕ່າງໆທີ່ຕັ້ງໜ້າ, ຕອບສະໜອງ ແລະ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ຜ່ານນັ້ນປະກອບສ່ວນຢ່າງແທດຈິງເຂົາໃນານເພີ່ມທະວີ ແລະ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.
ສ່ວນພະມະຫາອາຈານ ທິກໂຝເຕ້ວ ຊີ້ແຈ້ງວ່າ: ເນື່ອງໃນໂອກາດວັນບຸນວິສາຂະບູຊາ, ພະສົງສາມະເນນ, ນັກບວດ, ພຸດທະສາສະນິກກະຊົນ ຂອງສະມາຄົມພຸດທະສາສະໜາ ຫວຽດນາມ ທຸກຂັ້ນຈົ່ງຮ່ວມແຮງຮ່ວມໃຈ, ມານະພະຍາຍາມປະຕິບັດວຽກງານເພື່ອສ້າງ ແລະ ສາສະໜາໃຫ້ດີງາມ, ປະກອບສ່ວນສ້າງການດຳລົງຊີວິດແຫ່ງສະຫງົບສຸກ. ໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ແນະນຳ, ປຸກລະດົມບັນດາພະສົງສາມະເນນ, ພຸດທະສາສະນິກກະຊົນ ຕັ້ງໜ້າເຮັດຫລ້ອນໜ້າທີ່ເປັນພົນມະເມືອງ, ປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດຢ່າງເຂັ້ມງວດ.