ສະມາຄົມຫວຽດນາມ-ເອເມລິກາຈັດຕັ້ງການໂອ້ລົມສົນທະນາ “ ວິໄສທັດໃໝ່ໃຫ້ແກ່ການຮ່ວມມືຫວຽດນາມ-ອາເມລິກາ”
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: dangcongsan.vn)
|
(vovworld) –ວັນທີ 16/4, ຢູ່ຮ່າໂນ້ຍ, ສະມາຄົມ ຫວຽດນາມ - ອາເມລິກາ, ຂຶ້ນກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ ວິໄສທັດໃໝ່ໃຫ້ແກ່ການຮ່ວມມືຫວຽດນາມ-ອາເມລິກາ”. ນີ້ແມ່ນການເຄື່ອນໄຫວນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ. ເຂົ້າຮ່ວມການໂອ້ລົມສົນທະນາ ມີສະມາຊິກສະມາຄົມ ຫວຽດນາມ - ອາເມລິກາ ຫຼາຍທ່ານ ແລະ ຄະນະຜູ້ແທນທະຫານຜ່ານເສິກເພື່ອສັນຕິພາບ (VFP) ຂອງ ອາເມລິກາ ປະກອບດ້ວຍ 22 ທ່ານ, ເຊິ່ງລວມມີບັນດາທະຫານຜ່ານເສິກເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ, ສາດສະດາຈານມະຫາວິທະຍາໄລ, ນັກຄົ້ນຄວ້າຊີວະວິທະຍາ, ນັກຖ່າຍຮູບ ແລະ ອື່ນໆ.
ທີ່ການໂອ້ລົມສົນທະນາ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ໄດ້ຕີລາຄາສູງການຢ້ຽມຢາມ ຄັ້ງນີ້ ຂອງ VFP ກໍ່ຄືຄວາມເອົາໃຈໃສ່ ແລະ ສະໜັບສະໜູນຈາກບັນດາສະມາຊິກໃນຄະນະ ທີ່ມີຕໍ່ການສ້າງການພົວພັນມິດຕະພາບລະຫວ່າງ 2 ປະເທດ. ທ່ານປະທານສະມາຄົມ ຫວຽດນາມ - ອາເມລິກາ ຫງວຽນເຕີມຈຽນ ເນັ້ນໜັກວ່າ: ປີ 2015 ແມ່ນປີ ຫວຽດນາມ ແລະ ອາເມລິກາ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທີ່ການໂອ້ລົມສົນທະນາ ບັນດາສະມາຊິກໄດ້ແບ່ງປັນ ແລະ ຕີລາຄາກ່ຽວກັບແງ່ຫວັງການພົວພັນລະຫວ່າງ 2 ປະເທດໃນປະຈຸບັນ ແລະ ອະນາຄົດ.