ສະມາຊິກ ສະພາແຫ່ງຊາດ ເຢຍລະມັນ ບໍລິຈາກເງິນ ໃຫ້ໂຄງການກູ້ສົນຢູ່ ຫວຽດນາມ

ສະມາຊິກ ສະພາແຫ່ງຊາດ ເຢຍລະມັນ ບໍລິຈາກເງິນ ໃຫ້ໂຄງການກູ້ສົນຢູ່ ຫວຽດນາມ - ảnh 1
ບໍລິຈາກ​ເງິນ​ເພື່ອ​ກໍ່ສ້າງ, ສ້ອມ​ແປງ​ໂຮງຮຽນ​ແຫ່ງ​ໜຶ່ງ​ຢູ່​ເມືອງ ຈ້ຽວຟອງ, ​ແຂວງ ກວາງ​ຈີ້
(ພາບປະກອບ)

(vovworld) – ວັນ​ທີ 8/5, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ​ ທີ່​ນະຄອນຫຼວງ ​​ເບີລິນ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ ​Wolfgang Thierse ​ໄດ້​ມອບ​ຈຳນວນ​ເງິນ​ທີ່​ມີ​ມູນ​ຄ່າ 4.000 ​ເອີ​ໂຣ ​ໃຫ້​ແກ່​ໂຄງການ​ກູ້​ສົນ​ໜຶ່ງ ຢູ່ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ບັນດາ​ສະມາຊິກ​ໃນ​ສະມາຄົມ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດເລີ່​ມຕົ້ນ​ຂີ່​ລົດຈັກມາການທ່ອງ​ທ່ຽວ​ ຫວຽດນາມ. ທ່ານ Lothar A. Baltrusch, ຜູ້​ປຸກລະດົມ​ຂະ​ບວນການ​ບໍລິຈາກ​ເງິນ​ເພື່ອ​ກໍ່ສ້າງ, ສ້ອມ​ແປງ​ໂຮງຮຽນ​ແຫ່ງ​ໜຶ່ງ​ຢູ່​ເມືອງ ຈ້ຽວຟອງ, ​ແຂວງ ກວາງ​ຈີ້ ຜ່ານ​ການ​ຂີ່​ລົດຈັກ ​ແຕ່​ເຢຍລະ​ມັນ ມາ​ ຫວຽດນາມ ດ້ວຍໄລຍະ​ທາງ 15.000 ກມ , ​ໃຫ້​ຮູ້​ວ່າ: ການ​ຂີ່​ລົດ​ຈັກ​ຂອງ​ທ່າ​ນ​ເພື່ອ​​ແນ​ໃສ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຫາງ​ສຽງ​ທີ່​ມີ​ຕໍ່​ບັນດາ​ສະຖານ​ທີ່​​ຍັງ​ຂາດ​ແຄນ​ດ້ານ​ວັດຖຸ. ມາ​ຮອດ​ປະຈຸ​ບັນ, ທ່ານ​ບໍລິຈາກເງິນ​​ໄດ້​ກ່ວາ 15.000 ​ເອີ​ໂຣ​ແລ້ວ ​ແລະ ສົ່ງ​​ເຖິງ​ອົງການ “ວິ​ໄສ​ທັດ​ໂລກ” (World Vision) ​ເພື່​ອປະຕິບັດ​ໂຄງການ​ສ້ອມ​ແປງ​ໂຮງຮຽນ​ຢູ່​ແຂ​ວງ ກວາງ​ຈີ້, ຊື້​ກອມ​ພິວ​ເຕີ​ໃຫ້​ແກ່​ໂຮງຮຽນ.

ຂ່າວ/ບົດ​ອື່ນ