ສະມາຊິກພັກຝ່າຍຄ້ານຮຽກຮ້ອງນຳ ອັງກິດ ຖອນຕົວອອກຈາກ ອີຢູ ຢ່າງເຂັ້ມງວດ, ເດັດຂາດ

(VOVWORLD) - ວັນທີ 21 ກຸມພາ, ອັງກິດ ໃຫ້ຮູ້ວ່າ: ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ພວມຖືກກົດດັນຢ່າງແຮງ ຈາກສະມາຊິກພັກຝ່າຍຄ້ານ 62 ຄົນ ທີ່ຮຽກຮ້ອງໃຫ້ທ່ານນາງນຳປະເທດ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຢ່າງເຂັ້ມງວດ, ເດັດຂາດ

ພ້ອມທັງ ຮັບປະກັນໃຫ້ປະເທດ ອັງກິດ ຕ້ອງມີສິດອຳນາດເຕັມສຳລັບບັນດາຂໍ້ກຳນົດນະໂຍບາຍຂອງຕົນ, ຕ້ອງມີສິດເຈລະຈາສັນຍາການຄ້າກັບບັນດາປະເທດອື່ນໆ ພາຍຫລັງຖອນຕົວອອກຈາກ ອີຢູ (Brexit) ໃນເດືອນ ມີນາ 2019 . ໃນຂໍ້ສະເໜີແນະ, ບັນດາສະມາຊິກພັກຝ່າຍຄ້ານດັ່ງກ່າວ ຖືວ່າ: ອັງກິດ ຄວນເຈລະຈາກັບ ອີຢູ ຕາມວິທີສະເໝີພາບ. ບັນດາລັດຖະມົນຕີບໍ່ຢາກ ຫຼື ບໍ່ຮັບຮອງເອົາເລື່ອງ ອີຢູ ກຳນົດເວລາ ແລະ ເນື້ອໃນ, ແຕ່ຢາກໃຫ້ຂໍ້ຕົກລົງລະຫວ່າງ 2 ຝ່າຍ ໄດ້ສ້າງຂຶ້ນໂດຍອີງໃສ່ບັນດາຫຼັກການຂອງອົງການການຄ້າໂລກ (WTO).

ຕອບກັບ

ຂ່າວ/ບົດ​ອື່ນ