ສະ​ມາ​ຊິກ​ລັ​ດ​ຖະ​ບານ​ອັງ​ກິດຫຼາຍ​ທ່ານ​ລາ​ອອກ​ຈາກ​ຕ​ຳ​ແໜ່ງ​ກ່ອນ​ວັນ​ເວ​ລາ​ທີ່​ທ່ານ Boris Johnson ຄາດ​ວ່າ​ຈະ​ຮັບດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ

(VOVWORLD) - ໃນຂະນະທີ່ພັກນິຍົມຮັກສາເດີມກະກຽມປະກາດໝາກຜົນການເລືອກຕັ້ງການນຳຄົນໃໝ່ເຊິ່ງທ່ານ Boris Johnson, ອະດີດລັດຖະມົນຕີການຕ່າງປະເທດ ອັງກິດອາດຈະແມ່ນຜູ້ຍາດໄດ້ໄຊຊະນະຕໍ່ທ່ານ Jerremy Hunt ລັດຖະມົນຕີການຕ່າງປະເທດປັດຈຸບັນ.
ສະ​ມາ​ຊິກ​ລັ​ດ​ຖະ​ບານ​ອັງ​ກິດຫຼາຍ​ທ່ານ​ລາ​ອອກ​ຈາກ​ຕ​ຳ​ແໜ່ງ​ກ່ອນ​ວັນ​ເວ​ລາ​ທີ່​ທ່ານ Boris Johnson ຄາດ​ວ່າ​ຈະ​ຮັບດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ - ảnh 1ທ່ານ Boris Johnson, ອະດີດລັດຖະມົນຕີການຕ່າງປະເທດ ອັງກິດ (ພາບ: ATP/TTXVN)

ໃນຂະນະທີ່ພັກນິຍົມຮັກສາເດີມກະກຽມປະກາດໝາກຜົນການເລືອກຕັ້ງການນຳຄົນໃໝ່ເຊິ່ງທ່ານ Boris Johnson, ອະດີດລັດຖະມົນຕີການຕ່າງປະເທດ ອັງກິດອາດຈະແມ່ນຜູ້ຍາດໄດ້ໄຊຊະນະຕໍ່ທ່ານ Jerremy Hunt ລັດຖະມົນຕີການຕ່າງປະເທດປັດຈຸບັນ ແລະ ມີເຈົ້າໜ້າທີ່ ອັງກິດຫຼາຍທ່ານໄດ້ຕັດສິນໃຈລາອອກຈາກຕຳແໜ່ງ, ສິ່ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມບໍ່ລົງລອຍກັນກັບການນຳໃນອະນາຄົດຂອງປະເທດນີ້.

        ວັນທີ 22 ກໍລະກົດ, ທ່ານ Alan Duncan, ລັດຖະມົນຕີຮັບຜິດຊອບບັນຫາເອີລົບ ແລະ ທະວີບອາຟາລິກາ ຂຶ້ນກັບກະຊວງການຕ່າງປະເທດ ອັງກິດໄດ້ຕັດສິນລາອອກຈາກຕຳແໜ່ງ, ການເປັນເຈົ້າໜ້າທີ່ຄົນທີ 2 ໃນລັດຖະບານລາອອກຈາກຕຳແໜ່ຖັດຈາກທ່ານນາງ Margot James, ລັດຖະມົນຕີຮັບຜິດຊອບວິສາຫະກິດຂະໜາດນ້ອຍ, ຜູ້ບໍລິໂພກ ແລະ ການຮ່ວມມືຂຶ້ນກັບກະຊວງວັດທະນະທຳ, ຫາກໍ່ລາອອກຈາກຕຳແໜ່ງເມື່ອອາທິດກ່ອນ.

        ກ່ອນໜ້ານັ້ນ, ໃນວັນທີ 21 ກໍລະກົດ, ທ່ານ Philip Hammond ລັດຖະມົນຕີກະຊວງການເງິນ ອັງກິດ ໄດ້ປະກາດວ່າ ທ່ານຈະ ລາອອກຈາກຕຳແໜ່ງຖ້າວ່າ ທ່ານ Boris Johnson ກາຍເປັນນາຍົກລັດຖະມົນຕີ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ