ທ່ານປະທານາທິບໍດີ Barack Obama
ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ
(ພາບ: AFP/TTXVN)
(vovworld) - ວັນທີ 27/04, ບັນດາສະມາຊິກລັດຖະສະພາ ອາເມລິກາ ໄດ້ເລັ່ງລັດອຳນາດການປົກຄອງປະທານາທິບໍດີ Barack Obama ເພີ່ມທະວີການຮັບປະກັນຄວາມສະຫງົບປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ໂດຍຜ່ານການຜັນຂະຫຍາຍບັນດາການເຄື່ອນໄຫວລາດຕະເວນຫລາຍໃກ້ກັບບັນດາເກາະທີ່ຂັດແຍ້ງກັນກ່າວອີກ. ບັນດາສະມາຊິກລັດຖະສະພາພັກສາທາລະນະ ຖືວ່າ: ບັນດາການເຄື່ອນໄຫວລາດຕະເວນ “ຄວາມເສລີໃນການໄປມາ” ໃນເຂດ 12 ໄມທະເລ ທີ່ອ້ອມຂ້າງບັນດາເກາະທຽມ ໂດຍ ຈີນ ກໍ່ສ້າງຢ່າງຜິດກັບກົດໝາຍບົນທະເລຕາເວັນອອກ ຄວນຖືກດຳເນີນໄປປະຈຳໄລຍະ. ຕາມທ່ານ Bob Corker ປະທານກຳມາທິການຕ່າງປະເທດສະພາສູງແລ້ວ ບັນດາການເຄື່ອນໄຫວນັ້ນ ຄວນຖືກດຳເນີນໄປເປັນປະຈຳອາທິດ ຫຼື ປະຈຳເດືອນ. ໃນຂະນະນັ້ນ, ທ່ານ Cory Gardner ສະມາຊິກສະພາສູງລັດ Colorado ຖືວ່າ: ເລື່ອງຜັນຂະຫຍາຍບັນດາກ່ຳປັ່ນ ອາເມລິກາ ຢູ່ເຂດທະເລນີ້ 3 ເດືອນ/ຄັ້ງ ແມ່ນ “ບໍ່ທັນພຽງພໍ ເພື່ອສົ່ງສານຢ່າງເຂັ້ມແຂງຕໍ່ ຈີນ”. ສ່ວນທ່ານ Robert Menendez ສະມາຊິກສະພາສູງພັກປະຊາທິປະໄຕ ກ່າວຫາ ຈີນ ພວມຄອບງຳພາກພື້ນ, ພ້ອມທັງສະໜັບສະໜູນເລື່ອງ ວໍຊິງຕັນ ມີຫຼັກໝັ້ນແຂງກະດ້າງກ່ວາຕໍ່ ບັກກີງ.