ຝ່າຍ“ເສື້ອແດງ” ຢູ່ ໄທ
ພາບປະກອບ: internet
|
(vovworld) - ວັນທີ 9/8, ວົງການການເມືອງໄທໃຫ້ຮູ້ວ່າ: ສະມາຊິກສະພາຜູ້ແທນລາຊະດອນໄທ (ສສຊ) 5 ຄົນທີ່ຂຶ້ນກັບພັກເພື່ອໄທກຳອຳນາດ ໄດ້ຮັບອະພິສິດຍົກເວັ້ນການນຳຕົວຂຶ້ນສານດຳເນີນຄະດີໃນເວລາດຳເນີນບັນດາວາລະປະຊຸມຂອງສະພາແຫ່ງຊາດໄທ. ເຖິງຢ່າງໃດກໍຕາມ, ບັນດາສະມາຊິກສະພາຜູ້ແທນລາຊະດອນອາດຈະຖືກສົ່ງກັບຄືນຄຸກໃນກໍລະນີຖືກສົງໃສລະເມີດບັນດາຫລັກການກ່ຽວກັບການປ່ອຍຕົວຊົ່ວຄາວ. ສານອາຍາໄດ້ໂຈະການພິພາກສາໃນເວລາ 3 ເດືອນເຄິ່ງສຳລັບ ສສຊ 5 ຄົນດັ່ງກ່າວ ຕາມກົດໝາຍຂອງໄທ. ຈຳນວນ 5 ຄົນດັ່ງກ່າວແມ່ນອນໃນຍອດຈຳນວນ 24 ຄົນໄດ້ຮັບຖືວ່າແມ່ນການນຳຂອງຝ່າຍເສື້ອແດງຖືກກ່າວຫາກ່ຽວຂ້ອງເຖິງການເຄື່ອນໄຫວກໍ່ການຈະລາຈົນຕ້ານລັດຖະບານຂອງອະດີດນາຍົກລັດຖະມົນຕີ ອະພິສິດ ເວຊາຊີວະ ເມື່ອປີ 2010 ເຮັດໃຫ້ຜູ້ແຫ່ຂະບວນປະທ້ວງເກືອບ 100 ຄົນຖືກເສຍຊີວິດ ແລະ ປະມານ 2.000 ຄົນຖືກບາດເຈັບ. ນອກນັ້ນ ຍັງມີ 19 ຄົນບໍ່ແມ່ນ ສສຊ ສະນັ້ນ ບໍ່ໄດ້ຮັບອະພິສິດດັ່ງກ່າວ./.