(ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13)
(vovworld) – ການປຶກສາຫາລືຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສິ້ນສຸດໃນຕອນບ່າຍວັນທີ 4/6 ພາຍຫຼັງເຮັດວຽກເປັນເວລາ 2 ວັນ.
ທີ່ວາລະປຶກສາຫາລືໃນຕອນບ່າຍວັນທີ 4/6, ບັນດາ ສສຊ ສືບຕໍ່ສະເໜີວ່າລັດຖະທຳມະນູນຕ້ອງກຳນົດຢ່າງລະອຽດກ່ຽວກັບໜ້າທີ່, ສິດອຳນາດຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ, ອຳນາດການປົກຄອງທ້ອງຖີ່ນ… ເມື່ອເຕື້ອງເຖິງຂໍ້ກຳນົດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ທ່ານຫງວຽນດຶກຫຽນ, ສສຊ ແຂວງເງ້ອານ, ສະເໜີວ່າ:
“ຄວນເພີ່ມເຕີມນະໂຍບາຍຂອງລັດກ່ຽວກັບການສົ່ງເສີມ, ສ້າງເງື່ອນໄຂເພື່ອໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມືອປະເທດລົງທຶນພັດທະນາເສດຖະກິດ ເພື່ອແນໃສ່ດຶງດູດແຫຼ່ງທຶນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ເມື່ອເພີ່ມເຕີມເນື້ອໃນນີ້ເຂົ້າໃນລັດຖະທຳມະນູນ ແມ່ນສ້າງເງື່ອນໄຂເຮັດໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດມີຄວາມອູ່ນອ່ຽນໃຈເມື່ອລົງທຶນພັດທະນາເສດຖະກິດພາຍໃນປະເທດ“.
ກ່າວຄວາມເຫັນສະຫຼຸບການປຶກສາຫາລືກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຕີລາຄາວ່າ, ການປຶກສາຫາລືໄດ້ດຳເນີນໄປຢ່າງເຂັ້ມງວດ, ປະຊາທິປະໄຕ, ກົງໄປກົງມາ, ດ້ວຍຄວາມຮັບຜິດຊອບສູງ. ກ່ຽວກັບເນື້ອໃນລະອຽດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ໃຫ້ຮູ້ວ່າ:
“ເບິ່ງລວມແລ້ວ, ບັນດາ ສສຊ ໄດ້ເຫັນດີກັບບົດລາຍງານອະພິປາຍ, ຮັບເອົາ, ປັບປຸງຮ່າງລັດຖະທຳມະນູນ, ພິເສດແມ່ນບັນດາບັນຫາພື້ນຖານທີ່ມີລັກສະນະຫຼັກການ ກ່ຽວຂ້ອງເຖິງທາດແທ້ຂອງລະບອບການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ກ່ຽວກັບຊື່ຂອງປະເທດ ສສຊ ສ່ວນຫຼາຍເຫັນດີກັບຊື່ປະເທດທີ່ວ່າ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ກ່ຽວກັບທາດແທ້ຂອງລັດ, ສສຊ ສ່ວນຫຼາຍຢືນຢັນວ່າ ລັດ ສສ ຫວຽດນາມ ແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ກ່ຽວກັບພັກກອມມູນິດຫວຽດນາມ, ຄວາມເຫັນທັງໝົດຢືນຢັນບົດບາດນຳພາຂອງພັກກອມມູນິດຫວຽດນາມທີ່ມີຕໍ່ລັດ ແລະ ສັງຄົມ. ກ່ຽວກັບລະບອບເສດຖະກິດ, ບັນດາ ສສຊ ຢືນຢັນວ່າ ພື້ນຖານເສດຖະກິດຫວຽດນາມ ແມ່ນພື້ນຖານເສດຖະກິດຕະຫຼາດ, ກຳນົດທິດສັງຄົມນິຍົມ. ສະເພາະບົດບາດຂອງບັນດາພາກສ່ວນເສດຖະກິດຍັງມີຄວາມເຫັນທີ່ແຕກຕ່າງກັນ. ສະພາແຫ່ງຊາດສືບຕໍ່ຢືນຢັນວ່າທັດສະນະທີດິນແມ່ນຂຶ້ນກັບກຳມະສິດຂອງທົ່ວປວງຊົນ ແລະ ໂດຍລັດເປັນເອກະພາບຄຸ້ມຄອງ. ກ່ຽວກັບອຳນາດການປົກຄອງທ້ອງຖີ່ນ, ນີ້ແມ່ນເນື້ອໃນໃຫຍ່ຍັງມີຫຼາຍຄວາມເຫັນທີ່ແຕກຕ່າງກັນ“
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 4/6, ບັນດາ ສສຊ ໄດ້ເຕື້ອງເຖິງການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ອຳນາດການປົກຄອງເຂດຕົວເມືອງ, ຫົວໜ່ວຍບໍລິຫານພິເສດ, ພາລະໜ້າທີ່, ທີ່ຕັ້ງ, ບົດບາດຂອງສະພາປະຊາຊົນ, ຄະນະກຳມະການປະຊາຊົນຊື່ງໄດ້ກຳນົດໃນລັດຖະທຳມະນູນ. ທ່ານຫງວຽນວຽດຍຽນ ສສຊ ນະຄອນຫາຟ່ອງ ສະເໜີວ່າ:
“ສະພາບຕົວຈິງຢູ່ຫວຽດນາມ ໃນຊຸມປີຜ່ານມາ ໃຫ້ເຫັນວ່າ: ວຽກງານການຮັບປະກັນ ແລະ ປົກປ້ອງລັດຖະທຳມະນູນແມ່ນໄດ້ມອບໝາຍໃຫ້ບັນດາອົງການຂອງສະພາແຫ່ງຊາດ ແຕ່ກົນໄກຕິດຕາມກວດກາຍັງກະແຈກກະຈາຍ ສະນັ້ນປະສິດທິຜົນໃນການກວດກາ, ແກ້ໄຂບັນດາການລະເມີດລັດຖະທຳມະນູນໃນຂົງເຂດບໍລິຫານ, ນິຕິບັດຍັດ, ຕຸລາການຍັງບໍ່ທັນສູງ. ສະນັ້ນ, ການສ້າງຕັ້ງສະພາລັດຖະທຳມະນູນ ຊື່ງແມ່ນອົງການເອກະລາດເພື່ອຊ່ວຍສະພາແຫ່ງຊາດພິຈາລະນາ ສະຫລຸບລັກສະນະຖືກຕ້ອງກັບລັດຖະທຳມະນູນ, ຖືກຕ້ອງກັບກົດໝາຍຂອງບັນດາເອກະສານນິຕິກຳ ໂດຍບັນດາອົງການສູງກາງ ແລະ ທ້ອງຖິ່ນປະກາດໃຊ້ແມ່ນຈຳເປັນທີ່ສຸດ”
ແລະ ກໍ່ໃນການປຶກສາຫາລືໃນຕອນເຊົ້າວັນທີ 4/6, ສສຊ ຫຼາຍທ່ານສະເໜີຕ້ອງຮັກສາມາດຕາທີ 10 ກຳນົດສະເພາະກ່ຽວກັບກຳມະບານຫວຽດນາມ. ທ່ານບຸ່ຍວັນເຟືອງ ສສຊ ແຂວງນິງບິງ ຍົກຄຳເຫັນວ່າ:
“ລັດຖະທຳມະນູນປີ 1980 ໄດ້ຮັບຮູ້ມາດຕາສະເພາະກ່ຽວກັບອົງການກຳມະບານ ແລະ ລັດຖະທຳມະນູນປີ 1992 ຍັງສືບຕໍ່ຢືນຢັນ, ປັບປຸງ ແລະ ປະຈຸບັນ, ຜ່ານວິວັດການປະຕິບັດບໍ່ທັນປະກົດມີສິ່ງຕິດຂັດ. ທີສອງແມ່ນ, ຫວຽດນາມ ພວມຢູ່ໃນວິວັດການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ຕາມທ່າອ່ຽງນີ້, ຊົນຊັ້ນກຳມະກອນຈະກວມເອົາອັດຕາສ່ວນຫຼາຍໃນໂຄງປະກອບຊົນຊັ້ນ, ສະນັ້ນພວກເຮົາຮັກສາມາດຕາທີ 10 ແມ່ນເໝາະສົມກັບວິວັດການພັດທະນາຂອງປະເທດຊາດ”.