ສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ
ສຳນັກງານຄະນະກຳມະການປະຊາຊົນນະຄອນດ່ານັງ
(ພາບ: hoteldanang.com)
(vovworld)- ວັນທີ 3/6, ບັນດາ ສສຊ ເຂົ້າຮ່ວມກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ເລີ່ມການປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ນອກຈາກບັນຫາຊື່ປະເທດ, ບົດບາດນຳພາຂອງພັກຕໍ່ລັດ ແລະ ສັງຄົມ, ລະບອບເສດຖະກິດແລ້ວ, ຫຼາຍຄຳເຫັນກໍໄດ້ເຕື້ອງເຖິງອຳນາດການປົກຄອງທ້ອງຖິ່ນ.
ຄຳເຫັນຂອງຫຼາຍທ່ານຢືນຢັນວ່າ ຮູບແບບອຳນາດການປົກຄອງ 4 ຂັ້ນຄືປະຈຸບັນແມ່ນເໝາະສົມ. ຈາກການທົດລອງຕົວຈິງບໍ່ຈັດຕັ້ງສະພາປະຊາຊົນຂັ້ນເມືອງ, ຕາແສງຢູ່ດ່ານັງ, ທ່ານຮິງເຫງຍ ສສຊ ນະຄອນດ່ານັງ ຖືວ່າ: ຮູບແບບທົດລອງບໍ່ທັນມີການສະຫລຸບຕີລາຄາຜົນສຳເລັດໄດ້ເທື່ອ. ທ່ານຮິງເຫງຍ ເວົ້າວ່າ:
“ຖ້າຫາກວ່າພວກເຮົາປະສະພາປະຊາຊົນ, ໃຜຈະແມ່ນຜູ້ຕາງໜ້າໃຫ້ແກ່ປະຊາຊົນເພື່ອປະຕິບັດສິດເປັນເຈົ້າຂອງຕົນ, ໃຜຈະແມ່ນຜູ້ຕິດຕາມກວດກາຄະນະກຳມະການປະຊາຊົນ ແລະ ອຳນາດການປົກຄອງຂັ້ນເມືອງ. ເປັນທີ່ຈະແຈ້ງແລ້ວ, ໃນດ້ານພຶດຕິກຳຕົວຈິງ ແລະ ທິດສະດີປະຈຸບັນບໍ່ທັນສາມາດແກ້ໄຂບັນຫານີ້ໄດ້ເທື່ອ”
ທ່ານເຈິ່ນຢູລິກ, ສສຊ ນະຄອນໂຮ່ຈິມິນ ຖືວ່າ: ຖ້າວ່າແມ່ນອົງການປົກຄອງຕ້ອງມີອົງການໂດຍປະຊາຊົນແຕ່ງຕັ້ງ. ໃນເງື່ອນໄຂຢູ່ຫວຽດນາມ, ອຳນາດການປົກຄອງທ້ອງຖິ່ນຄວນຈັດຕັ້ງ 2 ຂັ້ນ: ຂັ້ນແຂວງ ແລະ ຂັ້ນຮາກຖານ:
“ຂ້າພະເຈົ້າສະເໜີຮູບແບບ: ອຳນາດການປົກຄອງທ້ອງຖິ່ນປະຕິບັດ 2 ພາລະໜ້າທີ່: ທີໜຶ່ງແມ່ນປະຕິບັດພາລະໜ້າທີ່ບໍລິຫານຂອງລັດຖະບານໃນບໍລິເວນ ໝາຍຄວາມວ່າປະຕິບັດກົດໝາຍ, ພາລະໜ້າທີ່ທີສອງແມ່ນຕາງໜ້າໃຫ້ຜົນປະໂຫຍດຂອງປະຊາຄົມທ້ອງຖິ່ນ, ແກ້ໄຂບັນດາບັນຫາຂອງທ້ອງຖິ່ນແຕ່ບໍ່ກໍ່ຜົນສະທ້ອນເຖິງຜົນປະໂຫຍດຂອງຊາດ”.