ສະ​ວິດ ຢາກ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງກອບ​ລະ​ບອບ​ລະ​ບຽບ​ການ​ການ​ພົວ​ພັນ​ໃນ​ອະ​ນາ​ຄົດ​ກັບ ອີ​ຢູ

(VOVWORLD) - ສະວິດ ພວມຊຸກຍູ້ການເຊື່ອມຕໍ່ການເຈລະຈາຄືນໃໝ່ກ່ຽວກັບຂໍ້ຕົກລົງກອບລະບອບລະບຽບການການພົວພັນກັບ ສະຫະພາບເອີຣົບ ໃນຫຼາຍຂົງເຂດ ໂດຍຖືກຢຸດສະງັກໃນ 2 ປີຜ່ານມາ.

 ໃນການຖະແຫຼງຂ່າວທີ່ດຳເນີນໃນວັນທີ 11 ພະຈິກ, ໂຄສົກລັດຖະບານ ສະວິດ ໄດ້ແຈ້ງໝາກຜົນກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນໃນວັນດຽວກັນ, ໃນນັ້ນ ໃຫ້ຮູ້ວ່າ Bern (ສະວິດ) ຈະແບ່ງປັນທັດສະນະກັບ ບຣຸກແຊນ (ແບນຊິກ) ແຕ່ບໍ່ເຜີຍໃຫ້ຮູ້ຂໍ້ມູນລະອຽດ.

        ກ່ຽວກັບທີ່ຕັ້ງພູມສາດ, ສະວິດ ມີຫຼາຍປະເທດສະມາຊິກ ອີຢູ ຢູ່ອ້ອມຮອບ, ແຕ່ປະເທດນີ້ ບໍ່ແມ່ນສະມາຊິກຂອງກຸ່ມ. ເຖິງຢ່າງໃດກໍຕາມ, ເມື່ອກ່ອນນີ້, ລັດຖະບານ ສະວິດ ເຄີຍເຈລະຈາສົນທິສັນຍາສອງຝ່າຍ ກັບ ອີຢູ ຫຼາຍສະບັບ, ຜ່ານນັ້ນ ໜູນຊ່ວຍບັນດາວິສາຫະກິດພາຍໃນປະເທດໄດ້ສຳຜັດໂດຍກົງກັບຕະຫຼາດເອີຣົບ ເຊິ່ງເປັນຄູ່ຮ່ວມມືດ້ານການຄ້າອັນດັບໜຶ່ງຂອງປະເທດນີ້.

        ນອກຈາກນັ້ນ, ສະວິດ ຍັງຢາກຮັກສາບາງຂົງເຂດໃນຂອບເຂດການພົວພັນກ່ຽວກັບລະບອບລະບຽບການ ກັບ ອີຢູ  ນັ້ນຄື ມີສິດເສລີໃນການສັນຈອນໄປມາ, ການບິນພົນລະເຮືອນ, ການຄົມມະນາຄົມທາງບົກ, ຮັບຮອງບັນດາມາດຕະຖານຂອງສິນຄ້າອຸດສາຫະກຳ ແລະ ບັນດາຜະລິດຕະພັນກະເສດທີ່ໄດ້ຜ່ານການປຸງແຕ່ງແລ້ວ. ແທນທີ່ນັ້ນ, ສະວິດຈະຍອມປະຕິບັດຕາມບັນດາຫຼັກການຂອງກຸ່ມຕະຫຼາດລວມ ອີຢູ ໃນບັນດາຂົງເຂດດັ່ງກ່າວ.

        ໃນຂະນະນັ້ນ, ອີຢູຢາກໃຫ້ສະວິດ ເຊື່ອມໂຍງເຂົ້າກັບຕະຫຼາດລວມຂອງກຸ່ມຫຼາຍກວ່າອີກ, ພ້ອມທັງຍອມຮັບການບໍລິຫານຢູ່ພາຍໃຕ້ກົດໝາຍ ແລະ ບັນດາຂໍ້ກຳນົດຂອງ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ